ຄົ້ນຫາທະເລສາບ ປໄລກູ

Ngoc Anh
Chia sẻ
(VOVWORLD) -ໂດຍນອນຢູ່ໃນກຸ່ມ “ເຂດທ່ອງທ່ຽວທຳມະຊາດ ທະເລສາບ-ຈືດັງຢາ” ທະເລສາບ ປໄລກູແມ່ນສະຖານທີ່ທ່ອງທ່ຽວວັດທະນະທຳ ຈິດວິນຍານທຳມະຊາດທີ່ລືຊື່ຢູ່ນະຄອນ ປໄລກູ ແຂວງ ຢາລາຍ. ທະເລສາບປໄລກູ ປຽບເໝືອນແກ້ວມະນີອັນລ້ຳຄ່າ ສະໜອງນ້ຳສະອາດ ໃຫ້ແກ່ນະຄອນ ປໄລກູ ອີກດ້ວຍ
ຄົ້ນຫາທະເລສາບ ປໄລກູ - ảnh 1ຮູບປັ້ນເຈົ້າແມ່ ກວນອິມ ໃນຂົງເຂດທະເລສາບ

    ທະເລສາບ ປໄລກູ ແມ່ນໜອງນ້ຳຈືດທຳມະຊາດ ນອນຢູ່ຕາແສງ ບ້ຽນໂຮ່ ຫ່າງຈາກ ນະຄອນປໄລກູ ແຂວງ ຢາລາຍ 7 ກິໂລແມັດ ໄປທາງທິດຕາເວັນຕົກສຽງເໜືອ ຢູ່ໃນພື້ນທີ່ສູງປະມານ 800 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ. ທະເລສາບລວມມີໜອງສອງແຫ່ງເຊື່ອມຕໍ່ໃສ່ກັນ ຖືກອ້ອມຮອບໄປດ້ວຍປ່າແປກ ພູຜາປ່າໄມ້ຂຽວອຸ່ມທຸ່ມ ອັນໄດ້ສ້າງເປັນຮູບພາບທຳມະຊາດທີ່ງົດງາມ ລຶກລັບມະຫັດສະຈັນ. ຢູ່ກາງທະເລສາບ ກໍ່ມີດອນຍາວຢຽດ ອັນໄດ້ຊ່ວຍໃຫ້ແຂກທ່ອງທ່ຽວມາ

ຢ້ຽມຊົມມີຄວາມປະຈັບໃຈຕໍ່ທິວທັດທຳມະຊາດຢູ່ທະເລສາບ. ຢູ່ແຫ່ງນີ້ ກ່ອນນີ້ 3 ປີ ແຂວງ ຢາລາຍ ໄດ້ຟື້ນຟູຮູບປັ້ນເຈົ້າແມ່ກວນອິມ ອັນໄດ້ສ້າງເປັນສະຖານທີ່ທ່ອງທ່ຽວທີ່ລືຊື່ ເພື່ອໃຫ້ແຂກທ່ອງທ່ຽວມາຖ່າຍຮູບເປັນທີ່ລະນຶກ ແລະ  ດຳເນີນຊີວິດທາງດ້ານຈິດວິນຍານອີກດ້ວຍ. ລຸງ ຫງວຽນຊວັນແອັ໋ງ ຜູ້ເຝົ້າຍາມຢູ່ເຂດຮູບປັ້ນເຈົ້າແມ່ ກວນອິມ ໃນຂົງເຂດທະເລສາບໃຫ້ຮູ້ວ່າ:

     “ຮູບປັ້ນເຈົ້າແມ່ ກວນອິມ ສູງ 15,3 ແມັດເຮັດດ້ວຍໂງ່ນຫີນໃຫຍ່ທີ່ເອົາມາຈາກແຂວງ ນິງບິ່ງ. ທະເລສາບໄດ້ມີມາກ່ອນນີ້ນັບລ້ານປີ. ແຕ່ປາງກີ້ປາງກ່ອນຢູ່ແຫ່ງນີ້ ແມ່ນປາກພູເຂົາໄພ. ປັດຈຸບັນຢູ່ທະເລສາບ ບ່ອນມີຄວາມເລິກກວ່າໝູ່ແມ່ນປະມານ 40 ແມັດ  ຍອດເນື້ອທີ່ແມ່ນ 340 ເຮັກຕາ ນັກດົນຕີ ຫງວຽນເກື່ອງ ໄດ້ເຄີຍມານີ້ ວາດນຶກທະເລສາບປຽບເໝືອນຕາທັງຄູ່ຂອງນະຄອນ ປໄລກູ”.

     ສຳລັບຊາວທ້ອງຖິ່ນແລ້ວ ທະເລສາບຕິດພັນກັບບັນດາເລື່ອງເທບນິຍາຍຂອງພໍ່ແມ່ພີ່ນ້ອງເຜົ່າ ຢາລາຍ. ຍ້ອນເນື້ອທີ່ຂອງໜອງແມ່ນກວ້າງໃຫຍ່ ດັ່ງນັ້ນໃນຍາມລະດູຝົນເຄີຍເກີດມີຄື້ນໃຫຍ່ຄືດັ່ງຢູ່ທະເລ ດັ່ງນັ້ນ ຊາວທ້ອງຖິ່ນເຄີຍເອີ້ນວ່າທະເລສາບ. ນາງ ຫງວຽນທິຮົ່ງ ແຂກທ່ອງທ່ຽວຢູ່ແຂວງ ດັກລັກ ມາທ່ຽວຊົມຢູ່ທະເລສາບ ເປີດເຜີຍວ່າ:

      “ຂ້າພະເຈົ້າໄດ້ມາທະເລສາບຄັ້ງນີ້ ແມ່ນຄັ້ງທີ່ສອງແລ້ວ. ຂ້າພະເຈົ້າຮູ້ສຶກວ່າທະເລສາບມີຄວາມສວຍງາມທີ່ສຸດ ແລະ ທັດຊະນີຍະພາບກໍ່ມີຄວາມຮົກເຮື້ອ. ຖ້າຫາກມີໂອກາດມາຢ້ຽມຢາມ ເພື່ອຮັບຊົມທິວທັດຢູ່ ປໄລກູ ຂ້າພະເຈົ້າເຄີຍຊອກຫາມາທະເລສາບແຫ່ງນີ້. ທະເລສາບແມ່ນສະຖານທີ່ສວຍງາມກວ່າໝູ່ຢູ່ນະຄອນ ປໄລກູ”.

     ແຕ່ລະລະດູ ຢູ່ທະເລສາບ ພັດມີຄວາມເປັນເອກະລັກທີ່ແຕກຕ່າງກັນ. ໃນຍາມລະດູແລ້ງນ້ຳກໍ່ຕື້ນ ເຜີຍໃຫ້ເຫັນແຖບດິນບາຊານທີ່ອຸດົມສົມບູນ, ມີນົກທີ່ມີຄ່າຫາຍາກຫຼາຍຊະນິດ ກໍ່ໄດ້ພາກັນມານີ້ດຳລົງຊີວິດ. ໃນຍາມລະດູນ້ຳຂຶ້ນ, ໄດ້ສ້າງເປັນຄຶື້ນຟອງໃຫຍ່ ຄືດັ່ງຢູ່ທະເລ. ໃນໂອກາດຊ່ວງເວລາບຸນປີໃໝ່ປະຈຳຊາດ ກໍ່ແມ່ນຊ່ວງເວລາທີ່ສວຍງາມກວ່າໝູ່ໃນປີ ເພື່ອແຂກທ່ອງທ່ຽວມາຢ້ຽມຊົມທິວທັດທຳມະຊາດຢູ່ທະເລສາບ. ເມື່ອອາກາດປ່ຽນໄປສູ່ລະດູບານໃໝ່ ອາກາດກໍ່ໜາວເຢັນ ໜ້ານ້ຳໜອງໃສຂຽວງາມ ຕົ້ນໄມ້ໃບຫຍ້າພາກັນແຕກດອກອອກໜໍ່ ຜູ້ຄົນທັງຫຼາຍຮູ້ສຶກມີຄວາມສະຫງົບສຸກ. ໃນຊ່ວງເວລານີ້ ໃນຕອນເຊົ້າເມື່ອດວງຕາເວັນຂຶ້ນຢູ່ທະເລສາບ ນ້ຳໝອກກົ້ວກໍ່ປົກຄຸມໄປທົ່ວໜ້າໜອງ. ຮອດຍາມຕອນບ່າຍ ບັນດາແສງແດດໄດ້ສາດສ່ອງລົງມາອັນໄດ້ສ້າງເປັນພາບພົດທີ່ໜ້າເພີ່ນຈິດຢູ່ເຂດພູຜາປ່າໄມ້ ເຕີຍງວຽນ.  ລຸງ ຫງວຽນວັນຮ໋າວ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ເປີດເຜີຍວ່າ:

      “ທິວທັດທຳມະຊາດຢູ່ທະເລສາບ ໄດ້ຮັບການອະນຸລັກຮັກສາເປັນຢ່າງດີທີ່ສຸດ ບໍ່ຖືກທຳລາຍສິ່ງແວດກໍ່ຍັງຄົງໄດ້ຮັບການຮັກສາໄວ້ເໝືອນເດີມ ອັນໄດ້ເປັນການຢັ້ງຢືນວ່າ ອຳນາດການປົກຄອງທ້ອງຖິ່ນຢູ່ແຫ່ງນີ້ ມີການອະນຸລັກຮັກສາເຂດປູຊະນີຍະສະຖານນີ້ເປັນຢ່າງດີທີ່ສຸດ. ເຂດທ່ອງທ່ຽວທະເລສາບ ປໄລກູ ກໍ່ແມ່ນໜຶ່ງໃນບັນດາເຂດປູຊະນີຍະສະຖານທີ່ດູດດື່ມ ແລະ ສວຍງາມທີ່ສຸດຢູ່ແຂວງ ຢາລາຍ. ຢູ່ບໍລິເວນທະເລສາບ ອາກາດກໍ່ປອດໂປ່ງດີທີ່ສຸດ”.

     ທິວທັດທຳມະຊາດທີ່ເປັນໜ້າຈັບອົກຈັບໃຈ, ອາກາດປອດໂປ່ງເຢັນສະບາຍຕະຫຼອດປີ, ທະເລສາບ ປໄລກູ ແມ່ນໜອງນ້ຳຈືດທຳມະຊາດສວຍງາມທີ່ສຸດຢູ່ເຂດ ເຕີຍງວຽນ. ທະເລສາບ ປໄລກູ ແມ່ນສະຖານທີ່ທ່ອງທ່ຽວແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມ ເມື່ອມາຮອດນະຄອນ ປໄລກູ. 

ຕອບກັບ