ຄົ້ນຫາງານບຸນດອນໄມ້ ດ່າຫຼາດ

Anh Huyen
Chia sẻ
(VOVWORLD) -ສອງປີໃດ ງານບຸນດອກໄມ້ກໍ່ຖືກຈັດຂຶ້ນເທື່ອໜຶ່ງ, ນະຄອນ ດ່າຫຼາດ ແຂວງ ເລິມດົ່ງ ພັດດຶງດູດແຂກທ່ອງທ່ຽວມາທ່ຽວຊົມຄວາມງາມ ຂອງດອກໄມ້ຊະນິດຕ່າງໆທີ່ພາກັນເອ້ຄວາມງາມໃນງານບຸນດອກໄມ້ ດ່າຫຼາດ (Festival ດອກໄມ້ ດ່າຫຼາດ). ໃນທຸກ ວັນນີ້ໃນງານ Festival ດອກໄມ້ ດ່າຫຼາດ ໄດ້ກາຍເປັນງານບຸນວັດທະນະທຳທ່ອງທ່ຽວ ທີ່ເປັນເອກະລັກ, ມີເຄື່ອງໝາຍສະເພາະ ຂອງດິນແດນເຂດພູພຽງ
ຄົ້ນຫາງານບຸນດອນໄມ້ ດ່າຫຼາດ  - ảnh 1ງານ Festival ດອກໄມ້ ດ່າຫຼາດ 

ດ່າຫຼາດ ບໍ່ພຽງແຕ່ມີຊື່ສຽງຍ້ອນດິນຟ້າອາກາດປອດໂປ່ງ ອຳນວຍຄວາມສະດວກເທົ່ານັ້ນ ຢູ່ແຫ່ງນີ້ຍັງມີບັນດາທິວທັດທຳມະຊາດ ທີ່ສວຍສົດງົດງາມຄື ໜອງນ້ຳຂຽວງາມ, ໂນນແປກ ແລະ ຮ່ອມພູ, ເຂດທ່ອງທ່ຽວຕິດພັນກັບທຳມະຊາດ. ຍາກທີ່ຈະຫາໄດ້ຢູ່ແຫ່ງໃດ ທີ່ມີສີ່ລະດູການໃນມື້ໜຶ່ງຄື ຕອນເຊົ້າອາກາດເຢັນສະບາຍຄືລະດູບານໃໝ່, ຕອນທ່ຽງມີແດດ ຮູ້ສຶກຄືລະດູຮ້ອນ, ຕອນບ່າຍອາກາດຄືລະດູໃບໄມ້ຫຼົ່ນ, ຮອດຕອນຄ່ຳກໍ່ຄືລະດູໜາວ. ພິເສດ ດ່າຫຼາດ ມີຊື່ສຽງດ້ວຍດອກໄມ້ຫຼາຍຊະນິດ. ດ່າຫຼາດ ມີບັນດາງານບຸນທີ່ເປັນເອກະລັກ, ແຕ່ພົ້ນເດັ່ນຂຶ້ນແມ່ນງານບຸນດອກໄມ້ ດ່າຫຼາດ. ວັນບຸນດອກໄມ້ຖືກຈັດຂຶ້ນສອງປີເທື່ອໜຶ່ງ, ຍາມໃດກໍ່ມີເຫດການທີ່ປະຊາຊົນ ແລະ ແຂກທ່ອງທ່ຽວລໍຄອຍ ເພື່ອຈະໄດ້ຮັບຊົມສີສັນດອກໄມ້ນາໆຊະນິດ ພາກັນແຂ່ງຂັນເອ້ຄວາມງາມ ພ້ອມກັບບັນດາລາຍການສະແດງສິລະປະທີ່ດູດດື່ມ. ງານ Festival ດອກໄມ້ ດ່າຫຼາດ ປີນີ້ ດ້ວຍຫົວຂໍ້ “ດ່າຫຼາດ ແລະ ດອກໄມ້” ຖືກຈັດຂຶ້ນໃນລະຫວ່າງວັນທີ 20 ຫາວັນທີ 24 ທັນວາ ຢູ່ນະຄອນ ດ່າຫຼາດ, ນະຄອນ ບ໋າວລົກ ແລະ ບາງທ້ອງຖິ່ນໃນແຂວງ ເລິມດົ່ງ. ທ່ານ ໂຕນທ້ຽນຊານ ປະທານຄະນະກຳມະການປະຊາຊົນນະຄອນ ດ່າຫຼາດ ຫົວໜ້າຄະນະຈັດຕັ້ງງານ Festival ດອກໄມ້ ດ່າຫຼາດ ປີ 2019 ໃຫ້ຮູ້ວ່າ:

      “ບໍ່ພຽງແຕ່ນຳມາເຊິ່ງທາງດ້ານມູນຄ່າເສດຖະກິດເທົ່ານັ້ນ, Festival ດອກໄມ້ ດ່າຫຼາດ ຍັງນຳມາເຊິ່ງບັນດາຄຸນຄ່າອື່ນໆອີກດ້ວຍຄື ໂຄສະນາເຜີຍແຜ່ໃຫ້ແກ່ແຂກທ່ອງທ່ຽວມານະຄອນ, ເຊີດຊູຊາວສວນຜູ້ປູກດອກໄມ້, ສົ່ງເສີມຂະແໜງອາຊີບປູກດອກໄມ້… ໃນໂອກາດນີ້ ພວກຂ້າພະເຈົ້າກໍ່ຍັງມີລາຍການສະແດງແພໄໝ ທີ່ເປັນເອກະລັກ ຖືກຈັດຂຶ້ນຢູ່ນະຄອນ ດ່າຫຼາດ  ແລະ ນະຄອນ ບ໋າວລົກ. ລາຍການໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ ເຊິ່ງຈະນຳຄວາມປະທັບໃຈອັນເລິກເຊິ່ງ ມາສູ່ແຂກທ່ອງທ່ຽວ”

       ຕາມຄະນະຈັດຕັ້ງ, ງານ Festival ດອກໄມ້ ດ່າຫຼາດປີ 2019 ມີ 12 ລາຍການໃຫຍ່ ແລະ ເປັນເອກະລັກຄື ພິທີໄຂງານ Festival ດອກໄມ້ ດ່າຫຼາດ ຖືກຈັດຂຶ້ນຢູ່ສະໜາມຫຼວງ ເລິມວຽນ; ລາຍການວາງສະແດງດອກໄມ້ຢູ່ບໍລິເວນໜອງ ຊວນເຮືອງ, ບາງຖະໜົນສາຍຕ່າງໆຢູ່ໃຈກາງ ແລະ 5 ໝູ່ບ້ານດອກໄມ້ຂອງນະຄອນ ດ່າຫຼາດ; ງານວາງສະແດງດອກໄມ້, ຕົ້ນໄມ້ປະດັບສາກົນປີ 2019 ເຊິ່ງມີການເຂົ້າຮ່ວມຂອງບັນດາວິສາຫະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນ, ນັກສິລະປະການທີ່ມາຈາກບາງປະເທດຄື ສ. ເກົາຫຼີ, ຍີ່ປຸ່ນ, ໄທ, ຈີນ… ໃນຂອບເຂດ Festival ດອກໄມ້ ດ່າຫຼາດ ປີ 2019, ແຂວງ ເລິມດົ່ງ ກໍ່ຈັດຕັ້ງສັບປະດາວັດທະນະທຳ ຊາ - ແພໄໝເລິມດົ່ງ ຢູ່ນະຄອນ ບ໋າວລົກ ອີກດ້ວຍ. ອ້າຍ ຫງວຽນວັນເຢືອງ ເຈົ້າຂອງວິສາຫະກິດປູກດອກໄມ້ຢູ່ ດ່າຫຼາດ ໄດ້ເຂົ້າຮ່ວມງານ Festival ດອກໄມ້ ດ່າຫຼາດ ປີ 2019 ຖືວ່າ:

      “ຂ້າພະເຈົ້າຍາມໃດກໍ່ພະຍາຍາມຮ່ຳຮຽນ ແລະ ຈົດຈຳຄຳເຫັນຂອງບັນດາແຂກທ່ອງທ່ຽວ. ເພາະວ່າແຂກທ່ອງທ່ຽວກໍ່ຄືບັນດາບໍລິສັດທ່ອງທ່ຽວ ຈະ      ນຳບັນດາບົດຮຽນທີ່ດີມາໃຫ້ເຮົາ ເພື່ອສືບຕໍ່ເຄື່ອນໄຫວອາຊີບຢ່າງມີປະສິດທິຜົນ. ຍ້ອນເຮັດການທ່ອງທ່ຽວ ດັ່ງນັ້ນຍາມໃດກໍ່ຕ້ອງມີການປ່ຽນແປງໃໝ່, ປ່ຽນແປງແນວຄວາມຄິດ ເພື່ອສາມາດຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວຢ່າງທັນການ”.

     ງານ Festival ດອກໄມ້ ດ່າຫຼາດ ຖືກຈັດຂຶ້ນເປັນຄັ້ງທຳອິດໃນປີ 2005. ຜ່ານການຈັດຕັ້ງເປັນ 7 ຄັ້ງ, ເຫດການນີ້ນັບມື້ນັບສາມາດຢັ້ງຢືນເຄື່ອງໝາຍ  ແລະ ກຳລັງດູດດື່ມ. ບໍ່ພຽງແຕ່ເຊີດຊູບັນດາຄຸນຄ່າຂອງດອກໄມ້ ແລະ ຂະແໜງປູກດອກໄມ້, ຊຸກຍູ້ເຄື່ອງໝາຍທ່ອງທ່ຽວ ດ່າຫຼາດ - ເລິມດົ່ງ ເທົ່ານັ້ນ. Festival ດອກໄມ້ ດ່າຫຼາດ ຍັງນຳບັນດາປະສິດທິຜົນ ທີ່ດີໃຫ້ແກ່ພື້ນຖານເສດຖະກິດຂອງທ້ອງຖິ່ນ. ທ່ານ ໂຕນທ້ຽນຊານ ປະທານຄະນະກຳມະການປະຊາຊົນນະຄອນ ດ່າຫຼາດ ຢືນຢັນວ່າ:

      “ລະດັບການເຕີບໂຕຂອງ ດ່າຫຼາດ ໃນຊຸມປີທີ່ຜ່ານມາ ແມ່ນສູງທີ່ສຸດ, ແຕ່ລະປີບັນລຸກວ່າ 10%. ທີສອງ ງານ Festival ແມ່ນແນໃສ່ເພື່ອໂຄສະນານະຄອນ ດ່າຫຼາດ, ດັ່ງນັ້ນແຂກທ່ອງທ່ຽວມານີ້ນັບມື້ນັບຫຼາຍຂຶ້ນ. ປີ 2018 ບັນລຸ 6 ລ້ານເທື່ອຄົນ, ປະຊາກອນ ດ່າຫຼາດ ມີພຽງແຕ່ 25 -30 ພັນຄົນ, ແຕ່ໃນແຕ່ລະປີໄດ້ຕ້ອນຮັບແຂກທ່ອງທ່ຽວເປັນຈຳນວນຫຼາຍເຊັ່ນນັ້ນ ກໍ່ເປັນການສ້າງກຳລັງໜູນ ໃຫ້ແກ່ການພັດທະນາເສດຖະກິດສັງຄົມ ຂອງນະຄອນ ດ່າຫຼາດ”.

      ປີ 2012 ນະຄອນ ດ່າຫຼາດ ໄດ້ຮັບການຮັບຮອງຈາກນາຍົກລັດຖະມົນຕີແມ່ນ “ນະຄອນ Festival ດອກໄມ້ ຫວຽດນາມ”. ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນເອກະລັກຂອງນະຄອນ, ງານ Festival ດອກໄມ້ ດ່າຫຼາດ ໄດ້ປະກອບສ່ວນຍູ້ແຮງການໂຄສະນາເຄື່ອງໝາຍນະຄອນ ດ່າຫຼາດ ເຊິ່ງມີນະຄອນທີ່ເຕົ້າໂຮມສິ່ງທີ່ຍອດຍິ່ງມະຫັດສະຈັນ.

ຕອບກັບ