ການທ່ອງທ່ຽວສີຂຽວຢູ່ຕາມສາຍພູຫຼວງ

Vinh Phong
Chia sẻ
(VOVWORLD) -ດ້ວຍຄວາມຍາວຫຼາຍກວ່າ 1.100 ກິໂລແມັດ, ສາຍພູຫຼວງນອນໃນບໍລິເວນ 21 ແຂວງ ແລະ ນະຄອນຂອງຫວຽດນາມ ໃນນັ້ນມີຫຼາຍທ້ອງຖິ່ນຢູ່ພາກກາງຫວຽດນາມພ້ອມກັບບາງທ້ອງຖິ່ນຂອງສອງປະເທດລາວແລະກຳປູເຈຍ. ດ້ວຍຄວາມງາມຈາກທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານຄວາມຫຼາກຫຼາຍສີສັນວັດທະນະທຳຂອງຫຼາຍຊົນເຜົ່າ, ບັນດາແຂວງພາກກາງຫວຽດນາມໄດ້ພັດທະນາບັນດາຮູບແບບທ່ອງທ່ຽວສີຂຽວບົນສາຍພູຫຼວງອັນໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຄົ້ນຫາຢ່າງຫຼວງຫຼາຍ
ການທ່ອງທ່ຽວສີຂຽວຢູ່ຕາມສາຍພູຫຼວງ - ảnh 1 ບ້ານຕາລາງໄດ້ກາຍສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ ກວ໋າງນາມ

     ບ້ານຕາລາງ ຕາແສງ ເບິຮາເລ ເມືອງເຕິຍຢາງ ແຂວງກວ໋າງນາມ ນອນບົນເສັ້ນທາງໂຮ່ຈີມິນເຊິ່ງໄດ້ເກັບຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກ ຂອງຊົນເຜົ່າກະຕູ. ຮູບແບບບ້ານທ່ອງທ່ຽວທຳມະຊາດຊຸມຊົນ ຕາລາງ ໄດ້ຮັບການໜູນຊ່ວຍປະຕິບັດ ຈາກໂຄງການສາຍພູຫຼວງສີຂຽວຂຶ້ນກັບອົງການພັດທະນາສາກົນອາເມລິກາ, ສະຫະສະມາຄົມທ່ອງທ່ຽວຫວຽດນາມ ແລະ ສະມາຄົມທ່ອງທ່ຽວຊຸມຊົນຫວຽດນາມ ແລະ ໄດ້ນຳເຂົ້າຮັບໃຊ້ແຂກທ່ອງທ່ຽວນັບແຕ່ 2019. ແຂກທ່ອງທ່ຽວມານີ້ ສາມາດຄົ້ນຫາການດຳລົງຊີວິດທີ່ຮົກເຮື້ອຢູ່ຕາມເຂດພູຜາປ່າໄມ້ ສິ່ງແວດລ້ອມສີຂຽວສະອາດ. ສິ່ງທີ່ພິເສດທີ່ສຸດແມ່ນເມື່ອແຂກທ່ອງທ່ຽວມາຮອດສະຖານທີ່ທ່ອງທ່ຽວຊຸມຊົນ ຕາລາງ, ເຄື່ອງໃຊ້ໃນການດຳເນີນຊີວິດຈາກພາເຂົ້າຕະຫຼອດຮອດໂຕະຕັ່ງທໍ່ດູດນ້ຳກໍ່ລ້ວນແຕ່ເຮັດດ້ວຍວັດສະດຸທຳມະຊາດຄືໄມ້ໄຜ່, ໃບໄມ້ປ່າ... ທ່ານ ອາລັງມິດ ຢູ່ບ້ານຕາລາງ ຕາແສງ ເບິຮາເລ ແບ່ງປັນວ່າ:

       “ເມື່ອແຂກທ່ອງທ່ຽວມາຢ້ຽມຢາມພໍ່ແມ່ພີ່ນ້ອງຊາວບ້ານກໍ່ມີຄວາມເບີກບານໃຈທີ່ສຸດ. ເຮືອນຂອງຂ້າພະເຈົ້າກໍ່ມີແຂກມາພັກເຊົາ 160 ຄົນ.ການທ່ອງທ່ຽວຊຸມຊົນນັບມື້ນັບພັດທະນາດັ່ງນັ້ນພໍ່ແມ່ພີ່ນ້ອງກໍ່ສາມາດຫຼຸດຜ່ອນຄວາມຫຍຸ້ງຍາກທາງດ້ານເສດຖະກິດ. ກ່ອນນີ້ກໍ່ເຮັດໄຮ່ ເມື່ອລະດູການຜະລິດບໍ່ໄດ້ຮັບຜົນກໍ່ບໍ່ມີຫຍັງກິນ, ປັດຈຸບັນເຮັດທ່ອງທ່ຽວດັ່ງນັ້ນຊີວິດການເປັນຢູ່ກໍ່ໄດ້ດີຂຶ້ນຫຼາຍແລ້ວ”.

      ສາມເມືອງເຂດພູສູງຄື ດົງຢາງ,ເຕິຍຢາງແລະ ນາມຢາງໃນແຂວງກວ໋າງນາມ ແລະ ສອງເມືອງເຂດພູສູງຄື ນາມດົງ ແລະອາເຫຼືອຍໃນແຂວງເທື່ອທຽວເຫວ້ ກໍ່ມີຫຼາຍຈຸດຄ້າຍຄືກັນ ທາງດ້ານທັດຊະນີຍະພາບແລະວັດທະນະທຳ. ຕາມທ່ານຫງວຽນແມັ້ງຮຸ່ງ ປະທານຄະນະກຳມະການປະຊາຊົນເມືອງອາເຫຼືອຍ ແຂວງເມື່ອທຽວນເຫວ້ແລ້ວ, ຫ້າເມືອງຂອງສອງແຂວງເທື່ອທຽວນເຫວ້ ແລະ ກວ໋າງນາມໄດ້ຮ່ວມສຳພັນນຳກັນເພື່ອເຮັດທ່ອງທ່ຽວ, ສ້າງຮູບພາບບັນດາສະຖານທີ່ທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ. ແຂກທ່ອງທ່ຽວມານີ້ຈະໄດ້ໄປຢ້ຽມຊົນບັນດາໝູ່ບ້ານຕ່ຳແຜ່ນແພ, ໝູ່ບ້ານເຮັດເຄື່ອງສິລະປະຫັດຖະກຳ, ຜະລິດບັນດາຜະລິດຕະພັນກະເສດທີ່ເປັນເອກະລັກ. ນາງຫງວຽນທິລິງ ແຂກທ່ອງທ່ຽວມາຈາກນະຄອນໂຮ່ຈີມິນແບ່ງປັນວ່າ:

      “ສິ່ງທີ່ເປັນໜ້າປະຫຼາດໃຈທີ່ສຸດແມ່ນໝູ່ບ້ານແຫ່ງນີ້ໄດ້ພັດທະນາຢ່າງແຂງແຮງ. ຈາກບ່ອນເປັນພູຜາປ່າໄມ້ ປັດຈຸບັນກໍ່ໄດ້ມີຄົບທຸກພາຫະນະອຸປະກອນຮັບໃຊ້ແຂກທ່ອງທ່ຽວ. ປັດຈຸບັນເຮົາເຫັນວ່າກໍ່ມີຫຼາຍຮູບແບບຮັບໃຊ້ແຂກທ່ອງວທ່ຽວ”.

      ການທ່ອງທ່ຽວສີຂຽວມຸ່ງໄປສູ່ການພັດທະນາການທ່ອງທ່ຽວແບບຍືນຍົງ ຕິດພັນກັບການອະນຸລັກແລະເສີມຂະຫຍາຍບັນດາມໍລະດົກວັດທະນະທຳແລະບັນດາຄຸນຄ່າພື້ນເມືອງປົກປັກຮັກສາສິ່ງແວດລ້ອມແລະທຳມະຊາດ. ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍດຳລົງຊີວິດຢູ່ຕາມສາຍພູຫຼວງມີລະບົບມໍລະດົກວັດທະນະທຳທີ່ອຸດົມສົມບູນແລະຍັງເກັບຮັກສາບັນດາມໍລະດົກຄຸນຄ່າວັດທະນະທຳທີ່ເປັນເອກະລັກ. ບັນດາລາຍການທ່ອງທ່ຽວຢ້ຽມຊົມປູຊະນີຍະສະຖານປະຫວັດສາດ, ຄົ້ນຫາວັດທະນະທຳບັນດາເຜົ່າສ່ວນໜ້ອຍຢູ່ຕາມສາຍພູຫຼວງພ້ອມກັບບາງງານບຸນວັດທະນະທຳທີ່ເປັນເອກະລັກໄດ້ກາຍເປັນຈຸດທີ່ພົ້ນເດັ່ນໃນການທ່ອງທ່ຽວອັນໄດ້ດຶງດູດຄວາມສົນໃຈຂອງແຂກທ່ອງທ່ຽວທັງຫຼາຍ. ທ່ານຟ້າມວັນທຸ໋ຍ ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມຖືວ່າ:

      “ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ຕາມສາຍພູຫຼວງໄດ້ມີຊັບພະຍາກອນທຳມະຊາດຢູ່ແລ້ວ, ພວກເຮົາຄວນສ້າງຜະລິດຕະພັນທ່ອງທ່ຽວ ຕິດພັນກັບຊັບພະຍາກອນທຳມະຊາດຢູ່ແລ້ວ. ພວກເຮົາຄວນສ້າງຜະລິດຕະພັນທ່ອງທ່ຽວຕິດພັນກັບຊັບພະຍາກອນທຳມະຊາດຢູ່ ແຫ່ງນັ້ນ ເພື່ອຮັບປະກັນການອະນຸລັກ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມທີ່ກ້າວໜ້າ ເຂັ້ມຂົ້ນໄປດ້ວຍສີສັນຊາດນັ້ນ, ການສ້າງຜະລິດຕະພັນທ່ອງທ່ຽວກໍ່ຕ້ອງມີລັກສະນະຮ່ວມສຳພັນລະຫວ່າງເຂດ, ເຊື່ອມຕໍ່ບັນດາມໍລະດົກກັບບັນດາປູຊະນີຍະສະຖານວັດທະນະທຳຂອງພວກເຮົາ.”

     ການພັດທະນາການທ່ອງທ່ຽວສີຂຽວຢູ່ຕາມສາຍພູຫຼວງໄດ້ເປີດກາລະໂອກາດຮັບຜົນປະໂຫຍດຈາກການທ່ອງທ່ຽວຂອງຊາວເຂດພູດອຍ, ເຂດຊົນເຜົ່າສ່ວນໜ້ອຍ ແລະ ອະນຸລັກຮັກສາ ແລະ ໂຄສະນາວັດທະນະທຳບັນດາເຜົ່າ. ບັນດາທ້ອງຖິ່ນຄື: ກວາງນາມ, ດ່າໜັງ, ເທືອທຽນເຫ້ວ, ກວາງຈີ້, ກວາງບິ່ງ… ໄດ້ເພີ່ມທະວີການເຊື່ອມໂຍງເພື່ອພັດທະນາການທ່ອງທ່ຽວສີຂຽວຕາມເສັ້ນທາງມໍລະດົກພາກກາງ ເພື່ອດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ. ຕາມນັ້ນແລ້ວ, ບັນດາທ້ອງຖິ່ນໄດ້ປະກາດໃຊ້ຫຼາຍກົນໄກໜູນຊ່ວຍ, ສົ່ງເສີມວິສາຫະກິດລົງທຶນ ແລະ ສ້າງບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ ເພື່ອໃຫ້ສາຍພູຫຼວງຍາມໃດກໍຂຽວສົດງົດງາມ ແລະ ສີສັນວັດທະນະທຳຍາມໃດກໍໄດ້ຮັບການ ອະນຸລັກຮັກສາ ແລະ ເສີມຂະຫຍາຍ 

ຕອບກັບ