ໜູນຊ່ວຍຄົນພິການທາງສາຍຕາ ພັດທະນາວັດທະນະທໍາການອ່ານ, ຮັບໃຊ້ການສຶກສາຮໍ່າຮຽນຕະຫຼອດຊີວິດ

Chia sẻ
(VOVWORLD) -  ຕອນບ່າຍວັນທີ 7 ຕຸລາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນພິທີລົງນາມໃນລາຍການຮ່ວມມືລະຫວ່າງ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ກັບ ສະມາຄົມຄົນຕາບອດຫວຽດນາມ. 
ໜູນຊ່ວຍຄົນພິການທາງສາຍຕາ ພັດທະນາວັດທະນະທໍາການອ່ານ, ຮັບໃຊ້ການສຶກສາຮໍ່າຮຽນຕະຫຼອດຊີວິດ - ảnh 1 ພິທີລົງນາມໃນລາຍການຮ່ວມມືລະຫວ່າງ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ກັບ ສະມາຄົມຄົນຕາບອດຫວຽດນາມ 

ລາຍການຮ່ວມມືດັ່່ງກ່າວ ແມ່ນແນໃສ່ພັດທະນາວັດທະນະທໍາການອ່ານປື້ມ, ເພີ່ມທະວີຄວາມອາດສາມາດໃນການສໍາຜັດກັບແຫຼ່ງຂໍ້ມູນຂ່າວສານ ແລະ ພູມປັນຍາ, ໜູນຊ່ວຍການສຶກສາຮໍ່າຮຽນໃຫ້ແກ່ຄົນພິການຕາໃນຕະຫຼອດຊີວິດ. ກ່າວຄໍາເຫັນທີ່ພິທີລົງນາມ, ທ່ານ ຟ້າມຫວຽດທູ, ປະທານສະມາຄົມຄົນຕາບອດຫວຽດນາມ ຖືວ່າ ລາຍການດັ່ງກ່າວ ມີຄວາມໝາຍສໍາຄັນທີ່ສຸດໃນການຊ່ວຍຍົກສູງພູມປັນຍາ, ຊ່ວຍໃຫ້ຄົນພິການທາງສາຍຕາເຊື່ອມໂຍງເຂົ້າກັບສາກົນ.

        “ລາຍການດັ່ງກ່າວ ມີຄວາມໝາຍສໍາຄັນທີ່ສຸດ, ທີໜຶ່ງແມ່ນສ້າງເງື່ອນໄຂເອື້ອອໍານວຍຄວາມສະດວກໃຫ້ຄົນພິການຕາໃນການອ່ານປື້ມ, ໜັງສືພິມເອກະສານຕ່າງໆ. ທີສອງແມ່ນ ຜ່ານວັດທະນະທໍາການອ່ານປື້ມ ອາດສາມາດລະດົມແຫຼ່ງກໍາລັງໜູນຊ່ວຍຈາກສັງຄົມ ສ້າງເງື່ອນໄຂສະດວກ, ສະໜອງວັດຖຸອຸປະກອນຊ່ວຍຄົນພິການຕາໃນການດໍາລົງຊີວິດ, ການອອກແຮງງານ, ຍົກສູງລະດັບຄວາມຮູ້ ແລະ ສ້າງວຽກເຮັດງານທໍາ”.

        ພາຍຫຼັງພິທີລົງນາມ, ກົມຫໍສະໝຸດ, ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ກໍເລີ່ມຜັນຂະຫຍາຍໂຄງການ “ພ້ອມກັນອ່ານປື້ມ - ຍົກລະດັບພູມປັນຍາຫວຽດ”.


ຕອບກັບ