ໜູນຊ່ວຍການຄ້າເອເລັກໂຕນິກເພື່ອໃຫ້ວິສາຫະກິດຂຸດຄົ້ນສັນຍາ EVFTA ຢ່າງມີປະສິດທິຜົນ

Chia sẻ
(VOVWORLD) -ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ກາວກ໊ວກຮືງ ຕີລາຄາສູງການຜັນຂະຫຍາຍການຮ່ວມມືລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງຈົ່ງຜັນຂະຫຍຍາຍນຳເຂົ້າເຄື່ອນໄຫວໃນຕະຫຼາດການຄ້າເອເລັກໂຕນິກວວິສາຫະກິດຫວຽດນາມ - ອີຢູ ຢ່າງເປັນທາງການໂດຍໄວ.
ໜູນຊ່ວຍການຄ້າເອເລັກໂຕນິກເພື່ອໃຫ້ວິສາຫະກິດຂຸດຄົ້ນສັນຍາ EVFTA ຢ່າງມີປະສິດທິຜົນ - ảnh 1ພິທີລົງນາມການຮ່ວມມື
(ພາບ: TTXVN)

ຕອນບ່າຍວັນທີ 26 ມີນາ, ຢູ່ຮ່າໂນ້ຍ ກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ (ກະຊວງອຸດສາຫະກຳການຄ້າຫວຽດນາມ) ໄດ້ສົມທົບກັບສະຖາບັນຄຸ້ມຄອງວິສາຫະກິດ ແລະ ເສດຖະກິດດີຈີຕອນຫວຽດນາມ ແລະ ສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍຫວຽດນາມ, ກຸ່ມບໍລິສັດ ກິມນາມ ກຣູບ ໄດ້ລົງນາມການຮ່ວມມື, ເປີດຕົວໂຄງການຮ່ວມມືໜູນຊ່ວຍວິສາຫະກິດຂຸດຄົ້ນສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ (EVFTA) ດ້ວຍພື້ນຖານການຄ້າເອເລັກໂຕນິກ. ກ່າວຄຳເຫັນທີ່ພິທີລົງນາມ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ກາວກ໊ວກຮືງ ຕີລາຄາສູງການຜັນຂະຫຍາຍການຮ່ວມມືລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງຈົ່ງຜັນຂະຫຍຍາຍນຳເຂົ້າເຄື່ອນໄຫວໃນຕະຫຼາດການຄ້າເອເລັກໂຕນິກວິສາຫະກິດຫວຽດນາມ - ອີຢູ ຢ່າງເປັນທາງການໂດຍໄວ. ຈາກນັ້ນ, ປະກອບສ່ວນຊ່ວຍໃຫ້ບັນດາວິສາຫະກິດຫວຽດນາມ ຂຸດຄົ້ນ ແລະ ເສີມຂະຫຍາຍບັນດາປະສິດທິຜົນ ກາລະໂອກາດຈາກສັນຍາ EVFTA.

ຕອບກັບ