ໜັງສືພິມ ລາວ ຍ້ອງຍໍຊົມເຊີຍ ການທ່ອງທ່ຽວ ຫວຽດນາມ

Chia sẻ
(VOVWORLD) -ຫວ່າງມໍ່ໆມານີ້, ບົດຂຽນໃນເວັບໄຊ Vientianetimes ຫຼື Laophattananews ໄດ້ຍ້ອງຍໍຊົມເຊີຍໝາກຜົນທີ່ໜ້າຊື່ນຊົມຂອງການ ທ່ອງທ່ຽວ ຫວຽດນາມ ດ້ວຍຈຸດປະສົງກາຍເປັນສະຖານທີ່ທ່ອງທ່ຽວດູດດື່ມແຖວໜ້າໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ໜັງສືພິມ ລາວ ຍ້ອງຍໍຊົມເຊີຍ ການທ່ອງທ່ຽວ ຫວຽດນາມ - ảnh 1ບົດຂຽນ ຫວຽດນາມ ບັນລຸໄດ້ເປົ້າໝາຍກາຍເປັນສະຖານທີ່ທ່ອງທ່ຽວແຖວໜ້າ ອາຊີຕາເວັນອອກສ່ຽງໃຕ້ ໃນປີ 2030 ຂອງ ເວັບໄຊ Vientianetimes (ພາບ: VOV)   

ດ້ວຍຫົວຂໍ້ “ຫວຽດນາມ ວາງເປົ້້າໝາຍກາຍເປັນສະຖານທີ່ທ່ອງທ່ຽວແຖວໜ້າພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃນປີ 2030”, ບົດຂຽນ ໄດ້ໃຫ້ຂໍ້ສັງເກດວ່າ ຍຸດທະສາດໂຄສະນາການທ່ອງທ່ຽວ ໂດຍກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ປະກາດຫວ່າງມໍ່ໆມານີ້ ຈະຊ່ວຍຢັ້ງຢືນທີ່ຕັ້ງຂອງ ຫວຽດນາມ ແມ່ນສະຖານທີ່ທ່ອງທ່ຽວດູດດື່ມແຖວໜ້າໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ບັນດາການເຄື່ອນໄຫວໂຄສະນາ, ເຜີຍແຜ່ກ່ຽວກັບການທ່ອງທ່ຽວຂອງ ຫວຽດນາມ ໃນເວັບໄຊ, ສື່ສັງຄົມອອນລາຍ ໄດ້ນໍາມາເຊິ່ງປະສິດທິຜົນສູງ.

        ສ່ວນເວັບໄຊ Laophattananews ມີຄວາມປະທັບໃຈຕໍ່ລາຍຮັບຈາກການທ່ອງທ່ຽວໃນ 2 ເດືອນຕົ້ນປີ 2023 ຂອງ ຫວຽດນາມ ເມື່ອບັນລຸໄດ້ 3,6 ຕື້ USD, ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 1,8 ລ້ານເທື່ອຄົນ. ເຖິງວ່າ ຈໍານວນແຂກທ່ອງທ່ຽວສາກົນມາ ຫວຽດນາມ ຍັງບໍ່ຫຼາຍເທົ່າກັບໄລຍະດຽວກັນຂອງປີ 2019 - ປີທີ່ຍັງບໍ່ທັນເກີດໂລກລະບາດໂຄວິດ - 19, ແຕ່ສໍາລັບຜົນງານທີ່ບັນລຸໄດ້ນັ້ນ ກໍສະແດງໃຫ້ເຫັນຄວາມເປັນໄປໄດ້ຂອງການຟື້ນຟູການທ່ອງທ່ຽວ ຫວຽດນາມ. Laophattananews ຢັ້ງຢືນວ່າ, ຫວຽດນາມ ຈະບັນລຸໄດ້ເປົ້າໝາຍທີ່ວາງອອກ ນັ້ນແມ່ນ ປີ 2023 ຕ້ອນຮັບແຂກທ່ອງທ່ຽວສາກົນ  8 ລ້ານເທື່ອຄົນ.

ຕອບກັບ