ໄທ ແລະ ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງຊາຍ​ແດນ

Chia sẻ
(VOVWORLD) -ອຳນາດການປົກຄອງແຂວງ Takeo ໂດຍເປັນຂວາງມີເສັ້ນຊາຍແດນຕິດກັບ ແຂວງອານຢາງຂອງ ຫວຽດນາມ, ໄດ້ປິດໝູ່ບ້ານ Bang Bat, ຕາແສງ Char, ເມືອງ Prey Kabas ພາຍຫຼັງກວດພົບຜູ້ຕິດເຊື້ອຢ່າງຕໍ່ເນື່ອງຢູ່ເຂດນີ້. ແຂວງ  Takeo ໄດ້ກວດພົບບັນດາກໍລະນີຕິດເຊື້ອໃນບໍລິເວນບັນດາເມືອງຄື: Prey Kabas, Bati, Kirivong ແລະ T’ram Kok.
ໄທ ແລະ ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງຊາຍ​ແດນ - ảnh 1ພາບປະກອບ: TTXVN

ວັນທີ 11 ພຶດສະພາ, ບັນດາເຈົ້າໜ້າທີ່ໄທ ໄດ້ເພີ່ມທະວີບັນດາດ່ານກວດກາ ແລະ ລາດຕະເວນຕາມເສັ້ນຊາຍແດນ, ພິເສດແມ່ນຢູ່ພາກໃຕ້ ແລະ ພາກເໜືອ, ເພື່ອແນໃສ່ສະກັດກັ້ນການເຂົ້າເມືອງຢ່າງຜິດກົດໝາຍ ແລະ ການລະບາດຂອງໂລກລະບາດໂຄວິດ - 19. ທ່ານ ຜູ້ບັນຊາການຕຳຫຼວດແຫ່ງຊາດ ໄທ ໄດ້ອອກຄຳສັ່ງໃຫ້ບັນດາກົມກອງຕຳຫຼວດທັງໝົດ ເພີ່ມທະວີການຕິດຕາມກວດກາ ເພື່ອສະກັດກັ້ນບັນດາຜູ້ຄົນທີ່ເຂົ້າເມືອງຢ່າງຜິດກົດໝາຍໃນສະພາບການທີ່ປະເທດພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຈາກການລະບາດຂອງໂລກລະບາດໂຄວິດ - 19 ຄັ້ງທີ 3.

ແລະກໍ່ໃນວັນດຽວກັນ, ອຳນາດການປົກຄອງແຂວງ Takeo ໂດຍເປັນຂວາງມີເສັ້ນຊາຍແດນຕິດກັບ ແຂວງອານຢາງຂອງ ຫວຽດນາມ, ໄດ້ປິດໝູ່ບ້ານ Bang Bat, ຕາແສງ Char, ເມືອງ Prey Kabas ພາຍຫຼັງກວດພົບຜູ້ຕິດເຊື້ອຢ່າງຕໍ່ເນື່ອງຢູ່ເຂດນີ້. ແຂວງ  Takeo ໄດ້ກວດພົບບັນດາກໍລະນີຕິດເຊື້ອໃນບໍລິເວນບັນດາເມືອງຄື: Prey Kabas, Bati, Kirivong ແລະ T’ram Kok.

ຕອບກັບ