ໄທ ແລະ ກຳ​ປູ​ເຈຍ ຍົກ​ການ​ພົວ​ພັນ​ຂື້ນ​ເປັນ​ລະ​ດັບຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

Chia sẻ

(VOVWORLD) - ທ່ານນາຍົກລັດຖະມົນຕີ ໄທ ກໍ່ໃຫ້ຮູ້ຕື່ມວ່າ: ໄທ ຈະເປັນປະທານກອງປະຊຸມ ຄະນະກຳມະການການຄ້າຮ່ວມ ໄທຍ - ກຳປູເຈຍ ຄັ້ງທີ 7, ຄາດວ່າຈະຈັດຂື້ນໃນເດືອນພຶດສະພາທີ່ຈະມາເຖິງ.



ໄທ ແລະ ກຳ​ປູ​ເຈຍ ຍົກ​ການ​ພົວ​ພັນ​ຂື້ນ​ເປັນ​ລະ​ດັບຄູ່​ຮ່ວມ​ມື​ຍຸດ​ທະ​ສາດ - ảnh 1ທ່ານນາຍົກລັດຖະມົນຕີ ໄທ, ເສດຖາ ທະວີສິນ ພ້ອມກັນພະນລະຍາ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ, ຮູນ ມາເນດ ພ້ອມກັນພະນລະຍ (ພາບ: ຫ້ອງວ່າການລັດຖະບານໄທ)

ວັນທີ 7 ກຸມພາ, ທ່ານນາຍົກລັດຖະມົນຕີ ໄທ, ເສດຖາ ທະວີສິນ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ, ຮູນ ມາເນດ ໄດ້ເຫັນດີເປັນເອກະພາບ ຍົກລະດັບການພົວພັນ ໄທ - ກຳປູເຈຍ ຂື້ນເປັນຄູ່ຮ່ວມມືຍຸດທະສາດ, ໃນໂອກາດຢ້ຽມຢາມ ໄທ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ເປັນເວລາໜຶ່ງມື້.

ກ່າວຄຳເຫັນ ໃນການຖະແຫຼ່ງຂ່າວຮ່ວມ ຢູ່ນະຄອນຫຼວງ ບາງກອກ (ໄທ), ທ່ານນາຍົກລັດຖະມົນຕີ ໄທ ເສດຖາ ທະວີສິນ ເໜັ້ກໜັກ ເລື່ອງຍົກລະດັບການພົວພັນຂື້ນເປັນຄູ່ຮ່ວມມືຍຸດທະສາດ ຈະເປີດສັງກາດໃໝ່ ແຫ່ງການຮ່ວມມືລະຫວ່າງສອງປະເທດ ໃນທຸກຂັ້ນ, ຕົ້ນຕໍແມ່ນ ດ້ານການເມືອງ - ການຕ່າງປະເທດ, ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ ແລະ ການທ່ອງທ່ຽວ. ທ່ານ ເສດຖາ ທະວີສິນ ໃຫ້ຮູ້ວ່າ ກຳປູເຈຍ ຈະໜູນຊ່ວຍໃຫ້ ໄທ ເປີດສະຖານກົງສູນໃຫ່ຍແຫ່ງໃໝ່ ຢູ່ແຂວງ ຊຽມຣຽບ, ໃນຂະນະດຽວກັນ ໄທ ກໍ່ຈະຊ່ວຍສ້າງເງື່ອນໄຂອັນສະດວກໃຫ້ ກຳປູເຈຍ ເປີດສະຖານກົງສູນໃຫ່ຍແຫ່ງໃໝ່ ຢູ່ແຂວງ ສົງຂຣາ ພາຍໃນປີນີ້.

ທ່ານນາຍົກລັດຖະມົນຕີ ໄທ ກໍ່ໃຫ້ຮູ້ຕື່ມວ່າ: ໄທ ຈະເປັນປະທານກອງປະຊຸມ ຄະນະກຳມະການການຄ້າຮ່ວມ ໄທຍ - ກຳປູເຈຍ ຄັ້ງທີ 7, ຄາດວ່າຈະຈັດຂື້ນໃນເດືອນພຶດສະພາທີ່ຈະມາເຖິງ.

ພາຍຫຼັງການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີໄທ ແລະ ກຳປູເຈຍ ໄດ້ເປັນສັກຂີິພິຍານ ໃນພິທີເຊັນຂໍ້ຕົກລົງ ວ່າດ້ວຍການຮ່ວມມື ຈຳນວນ 5 ສະບັບ, ໃນນັ້ນມີບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມືໃນຂົງເຂດຫຼຸດຜ່ອນຄວາມເສຍຫາຍຍ້ອນໄພພິບັດທາງທຳມະຊາດ ແລະ ການຮັບມືໃນກໍລະນີສຸກເສີນ; ຮ່ວມມືດ້ານການຂົນສົ່ງສິນຄ້າຜ່ານແດນ; ຮ່ວມມືດ້ານການສຶກສາຮ່ຳຮຽນ, ວິທະຍາສາດ ແລະ ເຕັກໂນໂລຊີ.

ຕອບກັບ