ໄທ ຮ່ວມມືກັບຫວຽດນາມ ກ່ຽວກັບການສົ່ງອອກຢາງພາລາ

Chia sẻ
ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ  ສະຫະກອນໄທ ນັດ​ທະ​ວຸດ ​ໄຂ​​ເກືອ ​ໃຫ້​ຮູ້​ວ່າ 3 ປະ​ເທດ​ທີ່​ສົ່ງ​ອອກ​ຢາງ​ພາລະ​ທຳ​ມະ​ຊາດ​ໃຫຍ່​ກວ່າ​ໝູ່​ຢູ່​ໃນໂລກ​ແມ່ນ​ໄທ, ອິນ​ໂດ​ເນ​ເຊຍ ​ແລະ ມາ​ເລ​ເຊຍ ຄວນ​ເພີ່ມ​ທະວີການ​ຮ່ວມ​ມື​ກັບ​ຫວຽດນາມ
ໄທ ຮ່ວມມືກັບຫວຽດນາມ ກ່ຽວກັບການສົ່ງອອກຢາງພາລາ - ảnh 1
(ພາບປະກອບ)

(vovworld) -     ​ວັນ​ທີ 3/9, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ  ສະຫະກອນໄທ ນັດ​ທະ​ວຸດ ​ໄຂ​​ເກືອ ​ໃຫ້​ຮູ້​ວ່າ 3 ປະ​ເທດ​ທີ່​ສົ່ງ​ອອກ​ຢາງ​ພາລະ​ທຳ​ມະ​ຊາດ​ໃຫຍ່​ກວ່າ​ໝູ່​ຢູ່​ໃນໂລກ​ແມ່ນ​ໄທ, ອິນ​ໂດ​ເນ​ເຊຍ ​ແລະ ມາ​ເລ​ເຊຍ ຄວນ​ເພີ່ມ​ທະວີການ​ຮ່ວມ​ມື​ກັບ​ຫວຽດນາມ ​ເພື່ອ​ແນ​ໃສ່​ສ້າງ​ກົນ​ໄກ​ເປັນ​ເຈົ້າ​ການ​ກ່ຽວ​ກັບ​ດ້ານ​ລາຄາ ​ແລະ ປະລິ​ມານ​ສົ່ງ​ອອກ​ຢ່າງ​ພາລາ​ໃນ​ໂລກກວ່າ​ອີກ, ສ້າງ​ເງື່ອນ​ໄຂ​ເພື່ອ​ເພີ່ມ​ລາຍ​ຮັບ​ໃຫ້ຜູ້​ປູກຢາງພາລາ. ທ່ານ ນັດ​ທະ​ວຸດ ​ໄຂ​​ເກືອ ​ໃຫ້​ຮູ້​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ​ໄທ ຈະ​ຜ່ານ​ຊ່ອງ​ພົວພັນ​ທາງ​ການ​ທູດ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວກັບ​ຢາງພາລາ​ກັບ​ຫວຽດນາມ, ​ເຊິ່ງ​ແມ່ນປະ​ເທດ​ທີ່​ສົ່ງ​ອອກ​ຢາງພາລາ​ທຳ​ມະ​ຊາດ​ໃຫຍ່ອັນ​ດັບ 4 ​ໃນ​ໂລກ. ​ໄທ ​ໃຫ້​ຂໍ້​ສັງ​ເກດ​ວ່າ ຫຼຸດຜ່ອນປະລິ​ມານ​ຢາງພາລາ​ແມ່ນ​ມາດ​ຕະການ​ດີ​ທີ່​ສຸດ ​ເພື່ອ​​ເຮັດ​ໃຫ້​ລາຄາ​ຢ່າງ​ພາລາເພີ່ມ​ຂຶ້ນ ​ຄືນ​ໃໝ່. ​​ໄທ​ ກໍ​ຈະພິຈາລະຈາ​ມາດ​ຕະການຫຼຸດຜ່ອນ​ເນື້ອ​ທີ່​ປູກຢາງພາລາ​ເພື່ອ​ໃຫ້ລາຄາ​ຢາງພາລາ​ເພີ່ມ​ຂຶ້ນ​ໃນ​ຕະຫຼາດ​ໂລກ.