ໄທ ປະກາດສະພາວະສຸກເສີນລະດັບຮ້າຍແຮງຢູ່ນະຄອນຫລວງ ບາງກອກ

Chia sẻ
(VOVWORLD) -  ພາຍຫລັງກອງປະຊຸມດ່ວນ ໂດຍທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຈາ ຮຽກໂຮມໃນວັນທີ 16 ຕຸລາ, ລັດຖະບານໄທ ໄດ້ຮັບຮອງເອົາລັດຖະດຳລັດກ່ຽວກັບສະພາວະສຸກເສີນລະດັບຮ້າຍແຮງຢູ່ນະຄອນຫລວງ ບາງກອກ ເປັນເວລາ 1 ເດືອນ ດ້ວຍຈຸດປະສົງແມ່ນຢຸດຕິບັນດາການແຫ່ຂະບວນປະທ້ວງທີ່ພວມເກີດຂຶ້ນຢູ່ທ້ອງຖະໜົນ.
ໄທ ປະກາດສະພາວະສຸກເສີນລະດັບຮ້າຍແຮງຢູ່ນະຄອນຫລວງ ບາງກອກ  - ảnh 1 ການແຫ່ຂະບວນປະທ້ວງທີ່ພວມເກີດຂຶ້ນຢູ່ທ້ອງຖະໜົນ

        ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ໄທ ໄດ້ຕົກລົງປະກາດສະພາວະສຸກເສີນ ລະດັບຮ້າຍແຮງຢູ່ນະຄອນຫລວງ ບາງກອກ, ເຊິ່ງມີຜົນສັກສິດແຕ່ເວລາ 4 ໂມງເຊົ້າຂອງວັນທີ 15 ຕຸລາ ເປັນຕົ້ນໄປ. ຕາມການກຳນົດຂອງກົດໝາຍໄທແລ້ວ, ທ່ານນາກລັດຖະມົນຕີ ຕ້ອງຍື່ນສະເໜີຕໍ່ຄະນະລັດຖະບານຮັບຮອງເອົາ ພາຍຫລັງບໍ່ເກີນ 3 ວັນນັບແຕ່ມື້ປະກາດ. ທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຈາ ກໍ່ຢືນຢັນວ່າ ລັດຖະບານຂອງທ່ານ ຈະບໍ່ລາອອກຈາກຕຳແໜ່ງ ແລະ ອາດຈະພິຈາລະນາການຈັດວາງຄຳສັ່ງສະພາວະສຸກເສີນ ຖ້າບັນດາການແຫ່ຂະບວນປະທ້ວງປີນຂັ້ນໄດໄປກ່ວາອີກ ເຖິງຢ່າງໃດກໍ່ຕາມ ທ່ານຖືວ່າ ຍັງບໍ່ທັນເຖິງຂັ້ນຕ້ອງຈັດວາງກົດໄອຍະການເສິກເທື່ອ.

        ບັນດາການແຫ່ຂະບວນປະທ້ວງຢູ່ ໄທ ໄດ້ປີນຂັ້ນໄດໃນ 3 ເດືອນ ຜ່ານມາ ແລະ ຍັງບໍ່ທັນມີສັນຍານຢຸດຕິລົງເທື່ອ ໂດຍບໍ່ຫົວຊາຕໍ່ລັດຖະດຳລັດກ່ຽວກັບສະພາວະສຸກເສີນລະດັບຮ້າຍແຮງທີ່ພວມປະກາດໃຊ້ໃນປະຈຸບັນ.

ຕອບກັບ