ໄຂສັບປະດາແນະນຳຜະລິດຕະພັນສິນໃນນ້ຳ, OCOP ແລະ ການທ່ອງທ່ຽວ ກ໋ວາງນິງ

Chia sẻ
(VOVWORLD) -  ຕອນຄ່ຳວັນທີ 04 ທັນວາ, ທີ່ສູນການຄ້າ MeLinh Plaza (ຮ່າໂນ້ຍ) ໄດ້ໄຂສັບປະດາແນະນຳຜະລິດຕະພັນສິນໃນນ້ຳ ແລະ ໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP), ພ້ອມທັງສົ່ງເສີມການທ່ອງທ່ຽວແຂວງ ກ໋ວາງນິງ 2020. 
ໄຂສັບປະດາແນະນຳຜະລິດຕະພັນສິນໃນນ້ຳ, OCOP ແລະ ການທ່ອງທ່ຽວ ກ໋ວາງນິງ - ảnh 1 ໄຂສັບປະດາແນະນຳຜະລິດຕະພັນສິນໃນນ້ຳ, OCOP ແລະ ການທ່ອງທ່ຽວ ກ໋ວາງນິງ

  ເຫດການດັ່ງກ່າວ ມີການເຂົ້າຮ່ວມຂອງ 25 ຮ້ານແນະນຳ ແລະ ວາງຂາຍ 55 ຜະລິດຕະພັນ OCOP ຂອງແຂວງ ກ໋ວາງນິງ, ບັນດາຜະລິດຕະພັນໄດ້ຜ່ານການປຸງແຕ່ງແປຮູບເບື້ອງຕົ້ນ ແລະ ສິນໃນນ້ຳສົດ, ສິນທະເລກ່ວາ 20 ປະເພດຂອງບັນດາທ້ອງຖິ່ນ. ໄປຄຽງຄູ່ກັນນັ້ນ, ຍັງໄດ້ໂຄສະນາຄວາມສາມາດບົ່ມຊ້ອນ ແລະ ແນະນຳບັນດາຜະລິດຕະພັນການທ່ອງທ່ຽວ, tour ທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວຢູ່ບໍລິເວນແຂວງ ກ໋ວາງນິງ, ພ້ອມດ້ວຍບັນດານະໂຍບາຍບຸລິມະສິດ ແນໃສ່ກະຕຸ້ນຄວາມຕ້ອງການໄປທ່ຽວ, ດຶງດູດແຂກທ່ອງທ່ຽວຢູ່ພາຍໃນປະເທດ. ນີ້ແມ່ນໜຶ່ງໃນບັນດາເຫດການວັດທະນະທຳ, ການທ່ອງທ່ຽວ ແນໃສ່ປະຕິບັດຄາດໝາຍຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ 3 ລ້ານຄົນໃນໄຕມາດ 4 ປີ 2020. ສັບປະດາແນະນຳແລະ ວາງຂາຍຜະລິດຕະພັນສິນໃນນ້ຳ, OCOP ແລະ ການທ່ອງທ່ຽວ ກ໋ວາງນິງ ຈະອັດລົງໃນວັນທີ 07 ທັນວາ.

ຕອບກັບ