ໄຂວາລະປະຊຸມຄັ້ງທີ49ຂອງຄະນະປະຈຳສະພາແຫ່ງຊາດ

Chia sẻ
ຕອນ​ເຊົ້າ​ວັນ​ທີ 13/6, ຢູ່ ຮ່າ​​ໂນ້ຍ, ຄະນະປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ໄຂ​ວາລະ​ປະຊຸມ​ຄັ້ງ​ທີ 49 ​ເພື່ອ​ແນ​ໃສ່​ກະກຽມ​ບັນດາ​ເນື້ອ​ໃນ​​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 1 ສະພາ​ແຫ່ງ​ຊາດຊຸ​ດທີ 14.
ໄຂວາລະປະຊຸມຄັ້ງທີ49ຂອງຄະນະປະຈຳສະພາແຫ່ງຊາດ - ảnh 1
ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ
(ພາບປະກອບ)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 13/6, ຢູ່ ຮ່າ​​ໂນ້ຍ, ຄະນະປະຈຳ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ໄຂ​ວາລະ​ປະຊຸມ​ຄັ້ງ​ທີ 49 ​ເພື່ອ​ແນ​ໃສ່​ກະກຽມ​ບັນດາ​ເນື້ອ​ໃນ​​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 1 ສະພາ​ແຫ່ງ​ຊາດຊຸ​ດທີ 14. ຕາມ​ແຜນການ​ແລ້ວ, ທີ່​ວາລະ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ຂອງ​ສະພາ​ແຫ່ງ​ຊາດ​ປີ 2017, ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບົດ​ລາຍ​ງານ​ສະພາບ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ​ປີ 2015, ຂາດ​ຕົວງົບປະມານ​ແຫ່ງ​ລັດ​ປີ 2014… ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຍັງ​ຮັບ​ຟັງ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ລາຍ​ງານ​ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາ​ຊິກສະພາ​ປະຊາຊົນທຸກ​ຂັ້ນ​ອາຍຸ​ການ 2016 -2021.