ໄຂວາລະປະຊຸມຄັ້ງທີ34ຄະນະປະຈຳສະພາແຫ່ງຊາດ

Chia sẻ
ຕອ​ນ​ເຊົ້າ​ວັນ​ທີ 19/1, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ໄຂວາ​ລະ​ປະ​ຊຸມ​ຄັ້ງ​ທີ 34 ດ້ວຍ​ເນື້ອ​ໃນ​ຈຸດ​ສຸມ​ແມ່ນ​ວຽກ​ງານ​ສ້າງ​​ກົດ​ໝາຍ.
ໄຂວາລະປະຊຸມຄັ້ງທີ34ຄະນະປະຈຳສະພາແຫ່ງຊາດ - ảnh 1

ວາ​ລະ​ປະ​ຊຸມ​ຄັ້ງ​ທີ 33 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​
(ພາບ​ປະ​ກອບ​ຈາກ TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 19/1, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ໄຂ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 34. ກ່າວ​ຄຳ​ເຫັນ​ໄຂວາ​ລະ​ປະ​ຊຸ​ມ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮ​ູ່ງ ຊີ້​ແຈ້ງວ່າ: ເວ​ລາ​ສ່ວນຫຼາຍ​ຂອງວາ​ລະ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ສະ​ຫງວນ​ໃຫ້​ວຽກ​ງານ​ສ້າງ​ກົດ​ໝາຍ. ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດກໍ່​ຈະ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 (IPU 132) ໂດຍ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ຢູ່ ຮ່າ​ໂນ້ຍ ໃນ​ເດືອນ 3/2015. ພາຍຫຼັງ​ວາ​ລະ​ໄຂ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ພັນ​ທະ​ການ​ທະ​ຫານ (ສະ​ບັບ​ປັບ​ປຸງ). ຕາມ​ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້, ຜູ້​ຊາຍມີ​ອາ​ຍຸ​ຄົບ​ຮອບ 18 ປີ ໄດ້​ເຂົ້າ​​ທະ​ຫານ ແລະ ​ເກັ່ນອາ​ຍຸ​ເພື່ອ​ເຂົ້າ​​ທະ​ຫານ​ໃນ​ໄລ​ຍະ​ສັນ​ຕິ​ພາບ​ແມ່ນ​ແຕ່ 18 – 25 ປີ.

        ຕອນ​ບ່າຍ​ວັນ​ດ​ຽວ​ກັນ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາຂອງ​ສະ​ພາ​ແຫ່ງ​ຊາດ ແລະ ສ​ະ​ພາ​ປະ​ຊາ​ຊົນ, ພ້ອມ​ທັງ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ເລື່ອງ​ປັບ​ປຸງ, ເພີ່ມ​ເຕີມ​ປະ​ກາດ​ໃຊ້​ໃໝ່​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ສະ​ພາ​ແຫ່ງ​ຊາດ.