ໄຂຊຸດຝຶກອົບຮົມນາຍທະຫານພະລາທິການ ສະຫະປະຊາຊາດຂຶ້ນຢູ່ຫວຽດນາມ

Chia sẻ
(VOVWORLD) -  ຊຸກຝຶກອົບຮົມນາຍທະຫານພະລາທິການ ສປຊ ໄດ້ດໍາເນີນໃນລະຫວ່າງວັນທີ 16 - 27 ເມສາ 2019
ໄຂຊຸດຝຶກອົບຮົມນາຍທະຫານພະລາທິການ ສະຫະປະຊາຊາດຂຶ້ນຢູ່ຫວຽດນາມ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີໄຂ (ພາບ: Tienphong.vn)

ວັນທີ 16 ເມສາ, ຊຸກຝຶກອົບຮົມນາຍທະຫານພະລາທິການ ສປຊ ໂດຍຫວຽດນາມ ແລະ ການາດາ ສົມທົບກັນຈັດຕັ້ງ ຖືກໄຂຂຶ້ນຢູ່ຮ່າໂນ້ຍ. ກ່າວຄໍາເຫັນນະທີ່ນີ້, ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດ ກ່ຽວກັບເລື່ອງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ຮຽກຮ້ອງໃຫ້ກົມຮັກສາສັນຕິພາບຫວຽດນາມ ສືບຕໍ່ເພີ່ມທະວີການເຄື່ອນໄຫວຫຼາຍຝ່າຍ; ຕັ້ງໜ້າສົມທົບກັບບັນດາປະເທດໃນໂລກ ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງໃນຂົງເຂດຮັກສາສັນຕິພາບ, ໂດຍສະເພາະແມ່ນສໍາລັບບັນດາປະເທດ ອາຊີ - ປາຊີີຟິກ ແລະ ບັນດາປະເທດ ທີ່ມີີການຮ່ວມມືກັບ ຫວຽດນາມ ໃນໄລຍະຜ່ານມາ.

        ຊຸກຝຶກອົບຮົມນາຍທະຫານພະລາທິການ ສປຊ ໄດ້ດໍາເນີນໃນລະຫວ່າງວັນທີ 16 - 27 ເມສາ 2019, ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້ ມີສໍາມະນາກອນທັງໝົດ 28 ຄົນ, ໃນນັ້ນ ມີສໍາມະນາກອນຫວຽດນາມ 13 ຄົນ ແລະ ສໍາມະນາກອນ 15 ຄົນ ແມ່ນມາຈາກ 10 ປະເທດ ຄູ່ຮ່ວມມືຂອງ ໂຄງການຮ່ວມມືຝຶກອົບຮົມການປ້ອງກັນຊາດ.


ຕອບກັບ