ໄຂງານປະກວດສິລະປະລະຄອນຕ່ວງ ແລະລະຄອນເພງພື້ນເມືອງອາຊີບທົ່ວປະເທດ

Chia sẻ
(vovworld) - ງານ​ປະ​ກວດ​ສິລະ​ປະ​​ລະຄອນ​ຕ່ວງ ​ແລະ ລະຄອນ​ເພງ​ພື້ນ​ເມືອງ​ອາຊີບ​ທົ່ວ​ປະ​ເທດ 2016 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 20/8, ຢູ່​ນະຄອນ ດ່າ​ນັ້ງ. ​ເຂົ້າ​ຮ່ວມ​ງານ​ປະ​ກວດ​ມີ​ນັກ​ສິລະ​ປິນ​ເກືອບ 700 ຄົນ​ທີ່​ມາ​ຈາກ 11 ຄະນະ​ສິລະ​ປະລະ​ຄອນ​ທີ່​ເປັນ​ມູນ​ເຊື້ອ​ໃນ​ທົ່ວ​ປະ​ເທດ
ໄຂງານປະກວດສິລະປະລະຄອນຕ່ວງ ແລະລະຄອນເພງພື້ນເມືອງອາຊີບທົ່ວປະເທດ - ảnh 1
ໄຂງານປະກວດສິລະປະລະຄອນຕ່ວງ
(ພາບ: VGP/ຮົ່ງແຮ້ງ)

(vovworld) - ງານ​ປະ​ກວດ​ສິລະ​ປະ​​ລະຄອນ​ຕ່ວງ ​ແລະ ລະຄອນ​ເພງ​ພື້ນ​ເມືອງ​ອາຊີບ​ທົ່ວ​ປະ​ເທດ 2016 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 20/8, ຢູ່​ນະຄອນ ດ່າ​ນັ້ງ. ​ເຂົ້າ​ຮ່ວມ​ງານ​ປະ​ກວດ​ມີ​ນັກ​ສິລະ​ປິນ​ເກືອບ 700 ຄົນ​ທີ່​ມາ​ຈາກ 11 ຄະນະ​ສິລະ​ປະລະ​ຄອນ​ທີ່​ເປັນ​ມູນ​ເຊື້ອ​ໃນ​ທົ່ວ​ປະ​ເທດ. ບັນດາ​ຄະນະ​ເຂົ້າ​ຮ່ວມງານ​ປະ​ກວດ​​ໄດ້​ສະ​ແດງ 17 ບົດ​ລະຄອນ, ​ໃນ​ນັ້ນ​ລະຄອນ​ຕ່ວງ​ມີ 10 ລະ​ຄອນ, ລະຄອນ​ເພງ​ພື້ນ​ເມືອງ​ມີ 7 ລະຄອນ, ດ້ວຍ​ເນື້ອ​ໃນ​, ແນວ​ຄິດທີ່​ມີ​ລັກສະນະ​ວັດທະນະທຳມະນຸດ​, ສ່ອງ​ແສງ​ນ້ຳ​ໃຈ​ພິລະ​ອາດ​ຫານ​ບໍ່​ຍອມ​ຈຳນົນ​ຂອງ​ລຸ້ນພໍ່, ລຸ້ນອ້າຍ​ໃນ​ປະຫວັດ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ບັນດາ​ປັດ​ໃຈ​ທີ່​ຕັ້ງໜ້າ, ບັນດາ​ຜົນງານ ​ເຊິ່ງພັກ​ກອມ​ມູນິດ ຫວຽດນາມ ​ແລະ ປະຊາຊົນ ຫວຽດນາມ​ບັນລຸ​ໄດ້ ​ໃນ​ພາລະກິດ​ປ່ຽນ​ໃໝ່​ຂອງ​ປະ​ເທດ. ນັກສະ​ແດງ ຫງວຽນ​ທິຫ່ຽນ, ຄະນະ​ສິລະ​ປະລະ​ຄອນ​ຂັບ​ບ່າຍ​ຈ່ອຍ, ​ແຂວງ ບິ່ງ​ດິ້ງ, ​ໃຫ້​ຮູ້​ວ່າ:

ຂ້າພະ​ເຈົ້າ​ນິຍົມ​ສິລະ​ປະ​ຂັບ​ບ່າຍ​ຈ່ອຍ​ທີ່​ສຸດ. ຂ້າພະ​ເຈົ້າ​ເຂົ້າ​ຮ່ວມ​ງານ​ປະ​ກວດ​ເພື່ອ​ຮຳ່ຮຽນ​ເອົາ​ບົດຮຽນ​ຈາກ​ຄະນະ​ອື່ນໆ. ຂ້າພະ​ເຈົ້າ​ມີ​ຄວາມ​ນິຍົມ, ​ເມົາ​ມົວ​ສະ​ເພາະ, ​ແລະ​ຈະ​ພະຍາຍາມ​ສູ້ຊົນ​ເພື່ອ​ໄດ້​ສວມ​ເປັນ​ຕົວ​ລະຄອນ​ທີ່​ຕົນ​ນິຍົມ“.