ໄຂຄ້າຍພັກແລ້ງ ຫວຽດນາມ 2024

Chia sẻ
(VOVWORLD) - ດ້ວຍຫົວຂໍ້ “ປະເທດເຕັມໄປດ້ວຍຄວາມປິຕິຊົມຊື່ນ”, ນີ້ແມ່ນເຫດການປະຈຳປີ ເພື່ອສ້າງໂອກາດໃຫ້ລຸ້ນໜຸ່ມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມີໂອກາດຊອກຮູ້ກົກເຄົ້າເຫງົ້າກໍ ແລະ ມີຄວາມຕິດພັນກັບບ້ານເກີດເມືອງນອນ.
ໄຂຄ້າຍພັກແລ້ງ ຫວຽດນາມ 2024 - ảnh 1(ໜຸ່ມດີເດັ່ນທີ່ມາຈາກ 29 ປະເທດເຂົ້າຮ່ວມຄ້າຍພັກແລ້ງ ຫວຽດນາມ 2024)

        ຕອນຄ່ຳວັນທີ 16 ກໍລະກົດ, ພິທີໄຂຄ້າຍພັກແລ້ງ ຫວຽດນາມ 2024 ຈັດຂຶ້ນຢູ່ ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງຊາວໜຸ່ມດີເດັ່ນທີ່ມາຈາກ 29 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກເກືອບ 120 ຄົນ. ຕາມທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໃຫ້ຮູ້ວ່າ, ດ້ວຍຫົວຂໍ້ “ປະເທດເຕັມໄປດ້ວຍຄວາມປິຕິຊົມຊື່ນ”, ນີ້ແມ່ນເຫດການປະຈຳປີ ໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ) ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຈັດຂຶ້ນ ເພື່ອສ້າງໂອກາດໃຫ້ລຸ້ນໜຸ່ມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດມີໂອກາດຊອກຮູ້ກົກເຄົ້າເຫງົ້າກໍ ແລະ ມີຄວາມຕິດພັນກັບບ້ານເກີດເມືອງນອນ. ນອກນັ້ນ, ລາຍການຍັງຊ່ວຍໂຄສະນາ ແລະ ແນະນຳຜົນງານດ້ານເສດຖະກິດ - ສັງຄົມ ແລະ ຄຸນນຄ່າວັດທະນະທຳພິເສດຂອງ ຫວຽດນາມ ອອກສູ່ໂລກ. ບັນດາຜູ້ແທນຊາວໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດ, ດ້ວຍຄວາມຮູ້ ແລະ ການຊອກຮູ້ຕົວຈິງຢູ່ບ້ານເກີດເມືອງນອນ, ຈະກາຍເປັນທູດວັດທະນະທຳ, ນຳເອົາພາບພົດຂອງ ຫວຽດນາມ ທີ່ອຸດົມສົມບູນໄປດ້ວຍມູນເຊື້ອ, ຄວາມຂະຫຍັນຂັນເຄື່ອນ ແລະ ການພັດທະນາໄປແນະນຳໃຫ້ເພື່ອນມິດສາກົນ.

        ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໃຫ້ຮູ້ວ່າ, ການເຄື່ອນໄຫວຈະເລີ່ມແຕ່ ຮ່າໂນ້ຍ ແລະ ອັດລົງຢູ່ນະຄອນ ໂຮ່ຈີມິນ.

ຕອບກັບ