ໄຂການເຄື່ອນໄຫວອາສາສະໝັກຢູ່ແຂວງດ້ຽນບຽນ

Chia sẻ
(vovworld) - ນີ້​ແມ່ນ​ການ​ເຄື່ອນ​ໄຫວ​​ໃນ​ຂອບ​ເຂດ​ລາຍການ ”ດ້ຽນບຽນ​ຝູ​ໃນ​ດວງ​ໃຈ​ໄວ​ໜຸ່ມ​ນະຄອນຫຼວງ” ​ເຊິ່ງດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 11-15/4.
ໄຂການເຄື່ອນໄຫວອາສາສະໝັກຢູ່ແຂວງດ້ຽນບຽນ - ảnh 1
(ພາບປະກອບ)

(vovworld) - ​ໂດຍ​ຕອບ​ສະໜອງ​ປີ​ຊາວ​ໜຸ່ມ​ອາສາ​ສະໝັກ 2014, ມຸງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 60 ປີ ​ແຫ່ງ​​ໄຊຊະນະ​ດ້ຽນບຽນ​ຝູ (7/5/1954-7/5/2014), ວັນ​ທີ 12/4, ຢູ່​ແຂວງ​ດ້ຽນບຽນ, ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈີ​ມິນ​ນະຄອນ​ຮ່າ​ໂນ້ຍ, ສະຫະພັນ​ຊາວ​ໜຸ່ມ, ສະມາ​ຄົນ​ທ່ານໝໍ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ ​ແລະ ຄະນະ​ຊາວ​ໜຸ່ມ​ແຂວງ​ດ້ຽນບຽນ ​ໄດ້​ສົມທົບ​ກັນ​ຈັດ​ພິທີ​ໄຂ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ຂອງ​ໄວ​ໜຸ່ມ​ນະຄອນຫຼວງ​ຢູ່​ແຂວງ​ດ້ຽນບຽນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​​ໃນ​ຂອບ​ເຂດ​ລາຍການ ”ດ້ຽນບຽນ​ຝູ​ໃນ​ດວງ​ໃຈ​ໄວ​ໜຸ່ມ​ນະຄອນຫຼວງ” ​ເຊິ່ງດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 11-15/4. ສະມາຊິກ​ຊາວ​ໜຸ່ມອາສາ​ສະໝັກນະຄອນຫຼວງ​ຈະ​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຢູ່​​ເມືອງ​ດ້ຽນບຽນຄື: ກວດ​ພະຍາດ, ມອບ​ຢາ​ປິ່ນປົວ​ພະຍາດ​ໂດຍ​ບໍ່​ເສຍ​ເງິນ​ໃຫ້​ຜູ້​ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​, ລົງມື​ກໍ່ສ້າງ​ເຮືອນ​ເຄິ່ງກິນນອນ​ໃຫ້​ນັກຮຽນ, ມອບ​ແນວ​ພັນ​ປູກ​ໃຫ້​ບັນດາ​ຄອບຄົວ​ທີ່​ຫຍຸ້ງຍາກ, ມອບ​ອຸປະກອນ​ການ​ຮຽນ​ໃຫ້​ໂຮງຮຽນ​ປະຖົມ, ມັດທະຍົມ​ຕອນ​ຕົ້ນ​ໃນ​ແຂວງ​ດ້ຽນບຽນ.