ໄຂກອງປະຊຸມໃຫຍ່ອົງການກວດສອບ ອາຊີ ຄັ້ງທີ 14

Chia sẻ
(VOVWORLD) - ພິທີໄຂກອງປະຊຸມໃຫຍ່ອົງການກວດສອບ ສູງສຸດອາຊີຄັ້ງທີ 14 (ASOSAI 14) ແລະສະເຫຼີມສະຫຼອງ 40 ປີແຫ່ງວັນກົດບັດ ASOSAI ໄດ້ດຳເນີນໃນວັນທີ 19 ກັນຍາ ຢູ່ ຮ່າໂນ້ຍ.
ໄຂກອງປະຊຸມໃຫຍ່ອົງການກວດສອບ ອາຊີ ຄັ້ງທີ 14 - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ (ພາບ: TTXVN)

 ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນ 250 ທ່ານທີ່ມາຈາກ 46 ອົງການກວດສອບສູງສຸດຂອງບັນດາປະເທດ ອາຊີ, ຜູ້ຕາງໜ້າ INTOSAI ແລະ ອົງການຈັດຕັ້ງສາກົນອື່ນໆ. ກ່າວຄຳເຫັນນະທີ່ນີ້, ທ່ານ ໂຮ່ດຶກເຝິກ ຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ໄດ້ເນັ້ນໜັກວ່າ:

       ກອງປະຊຸມໃຫຍ່ ASOSAI 14 ນອກຈາກການປຶກສາຫາລື ແລະ ຕັດສິນບັນດາບັນຫາສຳຄັນລວມຂອງກອງປະຊຸມໃຫຍ່, ຫົວຂໍ້ “ກວດສອບສິ່ງແວດລ້ອມເພື່ອການພັດທະນາແບບຍືນຍົງ” ຢູ່ກອງປະຊຸມໃຫຍ່ ASOSAI 14 ແມ່ນໜຶ່ງໃນບັນດາເນື້ອໃນຂອງແຜນການດຳເນີນງານທີ່ສະແດງໃຫ້ເຫັນສານ, ຄຳໝັ້ນສັນຍາ, ຄວາມມານະພະຍາຍາມ ແລະ ການປະກອບສ່ວນຢ່າງແທດຈິງຂອງປະຊາຄົມ ASOSAI ໃນກິດຈະການເດີນຕາມຈຸດໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ ແລະ ແກ້ໄຂບັນດາສິ່ງທ້າທາຍກ່ຽວກັບສິ່ງແວດລ້ອມທົ່ວໂລກ. ຖະແລງການ ຮ່າໂນ້ຍ ຈະແມ່ນເອກະສານຢ່າງເປັນທາງການຂອງກອງປະຊຸມໃຫຍ່ ASOSAI 14.

ໄຂກອງປະຊຸມໃຫຍ່ອົງການກວດສອບ ອາຊີ ຄັ້ງທີ 14 - ảnh 2 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ

       ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ຢືນຢັນວ່າ: ອົງການກວດສອບແຫ່ງລັດ ຫວຽດນາມ ດ້ວຍບົດບາດເປັນປະທານ ASOSAI 14 ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອ ASOSAI ພັດທະນາ, ເຕີບໃຫຍ່ເຂັ້ມແຂງ, ໝັ້ນຄົງ, ປະກອບສ່ວນຄຸນຄ່າຫລາຍຢ່າງເຂົ້າໃນພື້ນຖານເສດຖະກິດ ອາຊີ ແລະ ໂລກ.

       ໃນໄລຍະຈະມາເຖິງ, ຂ້າພະເຈົ້າຫວັງວ່າ ອົງການກວດສອບແຫ່ງລັດ ຫວຽດນາມ ເພີ່ມທະວີການເປີດເຜີຍ, ກະຈ່າງແຈ້ງ, ມີລັກສະນະອາຊີບ, ເປັນລະບົບປົກກະຕິຢ່າງບໍ່ຢຸດຢັ້ງ, ຫັນເປັນທັນສະໄໝໃນການເຄື່ອນໄຫວເທື່ອລະກ້າວ, ກໍ່ສ້າງຖັນແຖວນັກກວດສອບທີ່ມີຄຸນສົມບັດຈັນຍາບັນອາຊີບ. ອົງການກວດສອບແຫ່ງລັດ ຫວຽດນາມ ຕ້ອງສືບຕໍ່ເສີມຂະຫຍາຍບົດບາດປ້ອງກັນກົດໝາຍ, ປ້ອງກັນຄວາມສັດຊື່ບໍລິສຸດຂອງທົ່ວລະບົບໃນການຄຸ້ມຄອງການເງິນສາທາລະນະ ແລະ ຊັບສິນຂອງລັດ.

 

ຕອບກັບ