ໄຂ​ກອງ​ປະ​ຊຸມ​ໃຫຍ່​​ບັນ​ດາ​ອົງ​ການກວດ​ສອບ​ບັນ​ຊີ​ສູງ​ສຸດ ອາ​ຊີ (ASOSAI) ຄັ້ງ​ທີ 15

Chia sẻ
(VOVWORLD) -ພາຍຫຼັງພິທີໄຂ, ກອງປະຊຸມໃຫຍ່ ASOSAI ຄັ້ງທີ 15 ໄດ້ສຸມໃສ່ເຂົ້າໃນບັນດາເນື້ອໃນ: ກອງປະຊຸມຄົບຄະນະຄັ້ງທີ 1 ແລະ ກອງປະຊຸມຄົບຄະນະຄັ້ງທີ 2, ກອງປະຊຸມຫົວເລື່ອງສະເພາະຄັ້ງທີ 8 ແລະ ກອງປະຊຸມຄະນະບໍລິຫານງານ ຄັ້ງທີ 57.
ໄຂ​ກອງ​ປະ​ຊຸມ​ໃຫຍ່​​ບັນ​ດາ​ອົງ​ການກວດ​ສອບ​ບັນ​ຊີ​ສູງ​ສຸດ ອາ​ຊີ (ASOSAI) ຄັ້ງ​ທີ 15 - ảnh 1ພິທີໄຂກອງປະຊຸມໃຫຍ່ບັນດາອົງການກວດສອບບັນຊີສູງສຸດ ອາຊີ (ASOSAI) ຄັ້ງທີ 15

ຕອນບ່າຍວັນທີ 7 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນສີແທັງ ຫົວໜ້າອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ປະທານ ASOSAI (ອາຍຸການ 2018 - 2021) ເປັນປະທານພິທີໄຂກອງປະຊຸມໃຫຍ່ ບັນດາອົງການກວດສອບບັນຊີສູງສຸດ ອາຊີຄັ້ງທີ 15 ແບບທາງໄກ, ອາຍຸການ 2021 - 2024 ທີ່ໄດ້ດຳເນີນຢູ່ໄທ. ກ່າວຄຳເຫັນນະທີ່ນີ້, ທ່ານ Aleksei Kudrin   ປະທານອົງການສາກົນ ບັນດາອົງການກວດສອບບັນຊີສູງສຸດ (INTOSAI)  ໄດ້ຢັ້ງຢືນ ຖະແຫຼງການ ບາງກອກ ໄດ້ຮັບຮອງເອົາຢູ່ ກອງປະຊຸມໃຫຍ່ຄັ້ງນີ້ ຈະແມ່ນເອກະສານຫຼັກໃນການກຳນົດທິດບັນດາການເຄື່ອນໄຫວຫຼັກຂອງປະຊາຄົມ ASOSAI ໃນອະນາຄົດ. ທ່ານ Aleksei Kudrin   ໄດ້ຕີລາຄາສູງອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ດ້ວຍບົດບາດເປັນປະທານ ASOSAI ໃນຕະຫຼອດໄລຍະທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ໄດ້ແກ້ໄຂຫຼາຍບັນຫາທີ່ສຳຄັນ, ຊຸກຍູ້ອິດທິພົນຊື່ສຽງ ຂອງ ປະຊາຄົມ ASOSAI ໃນພາກພື້ນ ອາຊີ.

ພາຍຫຼັງພິທີໄຂ, ກອງປະຊຸມໃຫຍ່ ASOSAI ຄັ້ງທີ 15 ໄດ້ສຸມໃສ່ເຂົ້າໃນບັນດາເນື້ອໃນ: ກອງປະຊຸມຄົບຄະນະຄັ້ງທີ 1 ແລະ ກອງປະຊຸມຄົບຄະນະຄັ້ງທີ 2, ກອງປະຊຸມຫົວເລື່ອງສະເພາະຄັ້ງທີ 8 ແລະ ກອງປະຊຸມຄະນະບໍລິຫານງານ ຄັ້ງທີ 57.

ຕອບກັບ