ໄຂກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 44

Chia sẻ
(VOVWORLD) - ທ່ານນາງ Puan Maharani, ປະທານສະພາຜູ້ຕາງໜ້າປະຊາຊົນ ອິນໂດເນເຊຍ (ສະພາຕ່ຳ) ຢັ້ງຢືນວ່າ: AIPA -44 ແມ່ນໂອກາດເພື່ອລັດຖະສະພາບັນດາປະເທດ ອາຊຽນ ອາດສາມາດເພີ່ມທະວີຄຳໝັ້ນສັນຍາຮັບມືກັບບັນດາສິ່ງທ້າທາຍ, ບັນຫາທົ່ວໂລກ ແລະ ພາກພື້ນ
ໄຂກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 44 - ảnh 1ທ່ານນາງ Puan Maharani, ປະທານສະພາຜູ້ຕາງໜ້າປະຊາຊົນ ອິນໂດເນເຊຍ (ສະພາຕ່ຳ) ກ່າວຄຳເຫັນໄຂກອງປະຊຸມ
(ພາບ:VOV)

   ວັນທີ 7 ສິງຫາ, ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 44 (AIPA -44) ໄຂຂຶ້ນຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 568 ຄົນ, ໃນນັ້ນ ມີປະທານສະພາແຫ່ງຊາດ 9 ປະເທດ ສະມາຊິກ ອາຊຽນ, ຜູ້ຕາງໜ້າ 17 ປະເທດສັງເກດການ ແລະ ແຂກຖືກເຊີນ, ພ້ອມກັບ 9 ອົງການສາກົນ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມກອງປະຊຸມ.

          ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງ Puan Maharani, ປະທານສະພາຜູ້ຕາງໜ້າປະຊາຊົນ ອິນໂດເນເຊຍ (ສະພາຕ່ຳ) ຢັ້ງຢືນວ່າ: AIPA -44 ແມ່ນໂອກາດເພື່ອລັດຖະສະພາບັນດາປະເທດ ອາຊຽນ ອາດສາມາດເພີ່ມທະວີຄຳໝັ້ນສັນຍາຮັບມືກັບບັນດາສິ່ງທ້າທາຍ, ບັນຫາທົ່ວໂລກ ແລະ ພາກພື້ນ. AIPA ຈະມຸ່ງໄປເຖິງຄວາມຄາດຫວັງຂອງປະຊາຊົນ ກ່ຽວກັບຊີວິດປອດໄພ, ສັນຕິພາບ, ວັດທະນາຖາວອນ, ໂປ່ງໃສ, ສິວິໄລ ແລະ ສະໜິດສະໜົມ; ພ້ອມທັງຊອກຫາຈຸດລວມໃຫ້ແກ່ຄຳໝັ້ນສັນຍາໂດຍບໍ່ຫົວຊາຕໍ່ຄວາມແຕກຕ່າງກັນລະຫວ່າງບັນດາປະເທດສະມາຊິກ.  ເນັ້ນໜັກວ່າ ສະຖຽນລະພາບແມ່ນເງື່ອນໄຂຕັດສິນຊີ້ຂາດ ເພື່ອພັດທະນາ ແລະ ເຕີບໂຕເສດຖະກິດຢູ່ ອາຊີຕາເວັນອອກສ່ຽງໃຕ້, ປະກອບສ່ວນຮັກສາສະຖຽນລະພາບ ແລະ ການເຕີບໂຕເສດຖະກິດທົ່ວໂລກ, ທ່ານນາງ Puan Maharani ໃຫ້ຄຳໝັ້ນສັນຍາ AIPA ສືບຕໍ່ຊຸກຍູ້ບັນດາຄຳໝັ້ນສັນຍາໂດຍຈຳເປັນເພື່ອແນໃສ່ຮັກສາ ແລະ ຮັບປະກັນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ມີສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.

ໄຂກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 44 - ảnh 2ບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ AIPA - 44
(ພາບ: VOV)

        ໃນຕອນເຊົ້າວັນດຽວກັນ, ທ່ານນາງ Puan Maharani, ປະທານສະພາຜູ້ແທນປະຊາຊົນ ອິນໂດເນເຊຍ (ສະພາຕ່ຳ) ໄດ້ຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມ AIPA 44.

        ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕີລາຄາສູງການກະກຽມຢ່າງລອບຄອບຖີ່ຖ້ວນຂອງ ອິນໂດເນເຊຍ ສຳລັບການຈັດຕັ້ງກອງປະຊຸມ AIPA 44, ສະແດງຄວາມເຫັນດີເຫັນພ້ອມສຳລັບຫົວຂໍ້ຕົ້ນຕໍຂອງກອງປະຊຸມ ກໍ່ຄືບັນດາເນື້ອໃນລະອຽດຂອງກອງປະຊຸມ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ບັນດາຫົວໜ້າຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມ AIPA 44 ຈະບັນລຸຜົນສຳເລັດຢ່າງຈົບງາມ.

ຕອບກັບ