ທ່ານເລຂາທິການໃຫຍ່ ສປຊ Antonio Gutteres (ພາບ: THX/TTXVN) |
ທ່ານເລຂາທິການໃຫຍ່ ສປຊ ໄດ້ກ່າວເຕືອນວ່າ ໂລກຍັງບໍ່ທັນບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກ, ໂດຍສະເພາະແມ່ນໃນບັນຫາຢຸດຕິບັນດາການປະທະກັນທີ່ກໍ່ຄວາມລົ້ມຕາຍ, ວິກິດການປ່ຽນແປງຂອງດິນຟ້າອາກາດ, ການໃຊ້ຄວາມຮຸນແຮງທາງເພດ ແລະ ຄວາມບໍ່ສະເໝີພາບລະຫວ່າງຍິງຊາຍ. ເພາະສະນັ້ນ ຄວນກະທໍາ ເພື່ອປ່ຽນແປງສະພາບການດັ່ງກ່າວ.
ທ່ານ Tijjani Muhammed – Bande ປະທານ ສະມັດຊາໃຫຍ່ ຄົນໃໝ່ ຂອງ ສປຊ ພວມຄອງຄອຍວ່າ ກອງປະຊຸມສຸດຍອດທີ່ດໍາເນີນໃນວັນທີ 24 – 25 ກັນຍາ ນີ້ ຈະຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການກະທໍາເພື່ອການພັດທະນາແບບຍືນຍົງ. ຖະແຫຼງການດັ່ງກ່າວ ຈະສະແດງໃຫ້ເຫັນຄໍາໝັ້ນສັນຍາຂອງບັນດາປະເທດສະມາຊິກ ສປຊ ພ້ອມແລ້ວທີ່ຈະປະກອບສ່ວນດ້ານການເງິນ, ປັບປຸງລະບົບຂໍ້ກໍານົດ, ກົດໝາຍຂອງຕົນ ເພື່ອປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ.