ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 55

Chia sẻ
(VOVWORLD) - ວັນທີ 3 ສິງຫາ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 55 (AMM - 55) ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ພະນົມເປັນ, ປະເທດກຳປູເຈຍ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ເລຂາທິການໃຫຍ່ ອາຊຽນ.

ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 55 - ảnh 1ທ່ານ Samdech Techo Hunsen ນາຍົກລັດຖະມົນຕີ ກຳປູເຈຍ ກ່າວຄຳເຫັນທີ່ພິທີໄຂ

ກ່າວຄຳເຫັນທີ່ພິທີໄຂ, ທ່ານ Samdech Techo Hunsen ນາຍົກລັດຖະມົນຕີ ກຳປູເຈຍ ໄດ້ຫວນຄືນໄລຍະທາງແຫ່ງການພັດທະນາ 55 ປີຂອງອາຊຽນ; ພ້ອມທັງເນັ້ນໜັກວ່າ ໃນສະພາບການພາກພື້ນ ແລະ ສາກົນນັບມື້ນັບຍາກທີ່ຈະຄາດຄະເນໄດ້, ສິ່ງທ້າທາຍນັບມື້ນັບເພີ່ມຂຶ້ນ, ຍິ່ງກ່ວາເວລາໃດໝົດ,  ອາຊຽນຕ້ອງສາມັກຄີ, ເສີມຂະຫຍາບົດບາດໃຈກາງ, ໜູນຊ່ວຍການສ້າງປະຊາຄົມ “ເປັນເອກະພາບໃນຫຼາຍຮູບແບບ”, ສະໜິດຕິດພັນ, ກວມລວມ ແລະ ຮ່ວມມື. ເພື່ອສືບຕໍ່ຮັກສາທ່ວງທ່າການຮ່ວມມື, ທ່ານນາຍົກລັດຖະມົນຕີ ກຳປູເຈຍ ສະເໜີໃຫ້ອາຊຽນເພີ່ມທະວີການສົມທົບຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຊຸດໂຊມທາງດ້ານສິ່ງແວດລ້ອມ, ຄິດໄລ່ຊັ່ງຊາໃນການສ້າງຂໍ້ຕົກລົງຂຽວ ແລະ ຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະ ຜົນປະໂຫຍດຈາກສັນຍາຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃຫ້ໄດ້ຢ່າງສຸດຂີດ.

ພາຍຫຼັງພິທີໄຂ, ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມ ໃນຂອບເຂດ ກອງປະຊຸມ AMM – 55.

ກອ່ນພິທີໄຂກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ພ້ອມກັບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen, ພົບປະກັບຮອງນາຍົກລັດຖະມົຕີ, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນກຳປູເຈຍ ທ່ານ Prak Sokhonn, ປະທານກອງປະຊຸມ AMM – 55.

ຕອບກັບ