ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມ​ົນ​ຕີ​ການ​ຕ່າງ​ປະ​ເທດ ອ​າ​ຊຽນ ​ຄັ້ງ​ທີ 52

Chia sẻ
(VOVWORLD) -ຕອນເຊົ້າວັນທີ 31 ກໍລະກົດ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 52 (AMM-52) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ຖືກໄຂຂຶ້ນຢູ່ບາງກອກ, ປະເທດໄທ, ພາຍໃຕ້ການເປັນປະທານຂອງ ທ່ານ ດອນ ປຣະມັດວິໄນ ລັດຖະມົນຕີການຕ່າງປະເທດໄທ. ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມ​ົນ​ຕີ​ການ​ຕ່າງ​ປະ​ເທດ ອ​າ​ຊຽນ ​ຄັ້ງ​ທີ 52 - ảnh 1ທ່ານ ດອນ ປຣະມັດວິໄນ ລັດຖະມົນຕີການຕ່າງປະເທດໄທກ່າວຄຳເຫັນທີ່ກອງປະຊຸມ  

        ກ່າວຄຳເຫັນທີ່ກອງປະຊຸມໃນຖານະເປັນປະທານ ອາຊຽນໃນປີ 2020, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງໄດ້ເນັ້ນໜັກວ່າ ອາຊຽນພວມນັບມື້ນັບພັດທະນາຢ່າງແຮງ, ຕິດພັນກັບບົບບາດເປັນໃຈກາງຢ່າງແໜ້ນແຟ້ນ ແລະ ຖານະບົດບາດໃນສາກົນໄດ້ຮັບການປັບປຸງ, ວິວັດການກໍ່ສ້າງປະຊາຄົມໄດ້ຜັນຂະຫຍາຍຢ່າງຕັ້ງໜ້າ. ທ່ານ ຟ້າມບິ່ງມິງຢັ້ງຢືນວ່າ ຕໍ່ໜ້າບັນດາການຜັນແປ່ຢ່າງສັບສົນຂອງສະພາບແວດລ້ອມໃນພາກພື້ນ ແລະ ສາກົນ, ອາຊຽນຄວນມີຫຼັກໝັ້ນອັນໝັ້ນຄົງ, ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊີດຊູການເຄົາລົບກົດໝາຍເພື່ອກ້າວໜ້າ, ຮັບມືກັບສາພາບການຜັນແປ່ຢ່າງສັບສົນໃນພາກພື້ນ ແລະ ສາກົນຢ່າງມີປະສິດທິຜົນ. ໂດຍເປັນປະເທດປະທານອາຊຽນໃນປີ 2020, ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງໃຫ້ຄຳໝັ້ນສັນຍາວ່າ ຫວຽດນາມຈະສືບຕໍ່ຈິດໃຈ ແລະ ກຳລັງໜູນຂອງປີ 2019 ເພື່ອເພີ່ມທະວີຄວາມເປັນໃຈໜຶ່ງໃຈດຽວ ແລະ ຕິດພັນກັບ ອາຊຽນ, ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນກ່ວາອີກໃນການຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງ ແລະການພັດທະນາທົ່ວໂລກຢ່າງມີປະສິດທິຜົນ.

ຕອບກັບ