ໄຂກອງປະຊຸມລັດຖະ ມົນຕີປ້ອງກັນປະເທດ ອາຊຽນ ຢູ່ບຣຸໄນ

Chia sẻ
ວັນ​ທີ 07/05, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ​ອາ​ຊຽນ ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ນະຄອນຫຼວງ Bandar Seri Begawan ຂອງ​ປະ​ເທດ​ບຣຸ​ໄນ

ໄຂກອງປະຊຸມລັດຖະ ມົນຕີປ້ອງກັນປະເທດ ອາຊຽນ ຢູ່ບຣຸໄນ - ảnh 1
(ພາບປະກອບ)
(vovworld) - ​​ ວັນ​ທີ 07/05, ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ​ອາ​ຊຽນ ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ນະຄອນຫຼວງ Bandar Seri Begawan ຂອງ​ປະ​ເທດ​ບຣຸ​ໄນ ​ເພື່ອ​ປຶກສາ​ຫາລື​ບັນດາ​ມາດ​ຕະການ ​ແລະ ການກະທຳເພື່ອ​ແນ​ໃສ່​ປັບປຸງ​ການ​ຮ່ວມ​ມື​ປ້ອງກັນຊາ​ດ ປ້ອງກັນ​ຄວາມ​ສະຫງົບ​ພາຍ​ໃນ​ກຸ່ມ​ກວ່າ​ອີກ. ດ້ວຍ​ຫົວ​ຂໍ້​ທີ່​ວ່າ “ພ້ອມ​ກັນ​ປົກ​ປ້ອງ​ພົນລະ​ເມືອງ ​ແລະ ປົກ​ປ້ອງ​ອະນາຄົດ”, ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ (ADMM) ຄັ້ງ​ທີ 7 ​ໄດ້​ວາງ​ຈຸດໝາຍ​ຊຸກຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ຜ່ານ​ການ​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ວິທີ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ກໍ​ຄື​ຍົກ​ສູງ​ລັກສະນະ​ເປີດ​ເຜີຍ ​ແລະ ກະຈາ​ງ​ແຈ້ງ. ກອງ​ປະຊຸມ​ແກ່ຍາວ​ເປັນ​ເວລາ 3 ວັນ​ນີ້ ​ໄດ້​ເນັ້ນ​ໜັກ​ເຖິງ​ບົດບາດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​​ໃນ​ວິວັດ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ແລະ ຍົກ​ສູງ​ຄວາມ​ສຳຄັນ​ຂອງ​ອາ​ຊຽນ ​ທີ່ຖື​ມະນຸດ​ເປັນ​ໃຈກາງ​ເພື່ອ​ມຸງ​ໄປ​ເຖິງ​ອະນາຄົດ. ​ໃນ​ບົດ​ກ່າວ​ປາ​ໄສ​ໄຂ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ພະລັງງານ ບຣຸ​ໄນ Haji Mohammad Yasmin, ທັງ​ເປັນ​ປະທານ ADMM ຄັ້ງ​ນີ້ ​ໄດ້​ຮຽກຮ້ອງ​ໃຫ້ມີການ​ສົບ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ ​ແນ​ໃສ່​ຊຸກຍູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມຢູ່​ຂັ້ນ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ ​ເພື່ອ​ແນ​ໃສ່​ຮັກສາ​ສະພາບ​ແວດ​ລ້ອມ​ທີ່​ໝັ້ນຄົງ ​ຄວາມ​ກ້າວໜ້າ ​ແລະ ຄວາມຈະເລີນ​ຢູ່​ໃນ​ພາກ​ພື້ນ.