ໄຂ Festival ທ່ອງທ່ຽວທະເລ ຕາມກີ່ ປີ 2019

Chia sẻ
(VOVWORLD) - ຕອນຄ່ຳວັນທີ 14 ມິຖຸນາ, ທີ່ສະໜາມຫລວງທະເລ ຕາມແທັງ, ຄະນະກຳມະການປະຊາຊົນນະຄອນ ຕາມກີ່, ແຂວງ ກ໋ວາງນາມ ໄດ້ຈັດຕັ້ງພິທີໄຂ Festival ທ່ອງທ່ຽວທະເລ ຕາມກີ່ ປີ 2019 ດ້ວຍຫົວຂໍ້ວ່າ “ຈົ່ງມາຢ້ຽມຢາມ ແລະ ຄົ້ນຫາ ຕາມກີ່”. 
ໄຂ Festival ທ່ອງທ່ຽວທະເລ ຕາມກີ່ ປີ 2019 - ảnh 1 ພິທີໄຂ Festival ທ່ອງທ່ຽວທະເລ ຕາມກີ່ ປີ 2019 (ພາບ: TTXVN)

ເຫດການດັ່ງກ່າວ ແມ່ນກາລະໂອກາດເພື່ອແນະນຳ, ໂຄສະນາພາບພົດ ກໍ່ຄືຄວາມສາມາດບົ່ມຊ້ອນໃນການພັດທະນາເສດຖະກິດ, ການທ່ອງທ່ຽວຢູ່ເຂດແຄມຝັ່ງທະເລຂອງແຂວງ ກ໋ວາງນາມ.

        ໃນ 5 ວັນດຳເນີນ Festival ທ່ອງທ່ຽວທະເລ ຕາມກີ່ ປີ 2019, ແຂກທ່ອງທ່ຽວຈະໄດ້ເຂົ້າຮ່ວມງານບຸນອາຫານການກິນ ດ້ວຍບັນດາພໍ່ຄົວແມ່ຄົວແຖວໜ້າຂອງ ຫວຽດນາມ ແລະ ໂລກແຕ່ງກິນ. ໄດ້ຮັບປະທານບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງຊາວທ້ອງຖິ່ນ. ນອກນັ້ນ, ແຂກທ່ອງທ່ຽວຍັງໄດ້ຊົມບັນດາລາຍການຂັບບ່າຍຈ່ອຍ, ຂັບບ໋າຈ້າວ.

ຕອບກັບ