ໃນ 42 ວັນ​ຢ່າງລຽນຕິດ, ຫວຽດນາມ ບໍ່​ມີ​ກໍລະນີ​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ - 19 ​ໃນ​ຊຸມ​ຊົນ

Chia sẻ
(VOVWORLD) -ໄລ່ຮອດເວລາ 6 ໂມງ ຂອງວັນທີ 28 ພຶດສະພາ, ກະຊວງສາທາລະນະສຸກຫວຽດນາມ ແຈ້ງໃຫ້ຊາບວ່າ ຫວຽດນາມ ບໍ່ມີກໍລະນີຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ, ເຊິ່ງເປັນຂີດໝາຍ 42 ວັນທີ່ຫວຽດນາມ ບໍ່ມີກໍລະນີຕິດເຊື້ອໃໝ່ໃນຊຸມຊົນ.

        ດ້ວຍຈໍານວນກໍລະນີຕິດເຊື້ອໂຄວິດ - 19 ທັງໝົດ 327 ກໍລະນີ, ມີ 278 ກໍລະນີ ໄດ້ຮັບການປ່ິນປົວຫາຍດີເປັນປົກກະຕິ, ສ່ວນ 49 ກໍລະນີທີ່ຍັງເຫຼືອ ພວມສືບຕໍ່ໄດ້ຮັບການປິ່ນປົວຢູ່ຮາກຖານສາທາລະນະສຸກແຫ່ງຕ່າງໆ ສ່ວນຫຼາຍເຂົາເຈົ້າມີອາການດີຂຶ້ນ.

        ສໍາລັບຜູ້ຕິດເຊື້ອຄົນທີ 91  ເຊິ່ງເປັນນັກບິນຊາວ ອັງກິດ ແມ່ນກໍລະນີທີ່ມີອາການເຈັບໜັກທີ່ສຸດໃນປັດຈຸບັນ, ອະນຸກໍາມະການປິ່ນປົວ, ສັງກັດກະຊວງສາທາລະນະສຸກຫວຽດນາມ ໄດ້ຕີລາຄາວ່າ ຜູ້ກ່ຽວຍັງຢູ່ໃນອາກາດເຈັບໜັກ, ແຕ່ທຽບໃສ່ສອງວັນກ່ອນນັ້ນ ແມ່ນມີອາການດີຂຶ້ນແລ້ວ.

ຕອບກັບ