ໂຮມ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ ASOSAI ຄັ້ງ​ທີ 56

Chia sẻ
(VOVWORLD) -ຕອນບ່າຍວັນທີ 6 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນສີແທງ ຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ - ປະທານ ASOSAI ອາຍຸການ 2018 – 2021 ແລະ ທ່ານ ເຫົາຄ໊າຍ ຫົວໜ້າອົງການກວດສອບແຫ່ງລັດ ຈີນ - ເລຂາທິການໃຫຍ່ ASOSAI ໄດ້ເປັນປະທານຮ່ວມກອງປະຊຸມຄະນະບໍລິຫານ ອົງການບັນດາສຳນັກງານກວດສອດສູງສຸດ ອາຊີ (ASOSAI) ຄັ້ງທີ 56.
ໂຮມ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ ASOSAI ຄັ້ງ​ທີ 56 - ảnh 1ທ່ານ ເຈິ່ນສີແທງ ຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ - ປະທານ ASOSAI ອາຍຸການ 2018 – 2021 (ພາບ: TTXVN)

ຕອນບ່າຍວັນທີ 6 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນສີແທງ ຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ - ປະທານ ASOSAI ອາຍຸການ 2018 – 2021 ແລະ ທ່ານ ເຫົາຄ໊າຍ ຫົວໜ້າອົງການກວດສອບແຫ່ງລັດ ຈີນ - ເລຂາທິການໃຫຍ່ ASOSAI ໄດ້ເປັນປະທານຮ່ວມກອງປະຊຸມຄະນະບໍລິຫານ ອົງການບັນດາສຳນັກງານກວດສອດສູງສຸດ ອາຊີ (ASOSAI) ຄັ້ງທີ 56.

        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ເຈິ່ນສີແທງ ໃຫ້ຮູ້ວ່າ ຄະນະບໍລິຫານ ໄດ້ຮັບຮອງເອົາການສ້າງຕັ້ງກຸ່ມປະຕິບັດງານຂອງ ASOSAI ກ່ຽວກັບບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ກຸ່ມປະຕິບັດງານກ່ຽວກັບການຄຸ້ມຄອງວິກິດການ.

        ໃນກອງປະຊຸມຄັ້ງທີ 56, ຄະນະບໍລິຫານໄດ້ເລືອກຕັ້ງ ອົງການກວດສອບແຫ່ງລັດ ອິນເດຍ ເປັນປະທານ ASOSAI ຄັ້ງທີ 16, ອາຍຸການ 2024 – 2027. ໄປຄຽງຄູ່ກັນນັ້ນ, ພາລະກຳ, ວິໄສທັດ, ຄຸນຄ່າຫຼັກແຫຼ່ງ ແລະ ເປົ້າໝາຍຍຸດທະສາດ, ບຸລະມະສິດຂອງ ASOSAI ໃນແຜນການຍຸດທະສາດ ASOSAI ໄລຍະ 2022 – 2027 ກໍໄດ້ຮັບຄວາມເຫັນດີເຫັນພ້ອມຢ່າງສູງຈາກບັນດາສະມາຊິກໃນຄະນະບໍລິຫານ.

ຕອບກັບ