ໂອ​ກາດ​ເພື່ອ​ໂຄ​ສະ​ນາ​ບານ​ເຕະ​ຫວຽດ​ນາມ

Chia sẻ
(VOVWORLD) -  ໃນຂະນະທີ່ໂລກລະບາດ Covid – 19 ຍັງຄົງມີການຜັນແປຢ່າງສັບສົນໃນທົ່ວໂລກ, ພື້ນຖານບານເຕະ ຫຼາຍປະເທດຕ້ອງຊອກຫາວິທີ ຜ່ານຜ່າຄວາມຫຍຸ້ງຍາກນັ້ນ ເລື່ອງບານເຕະຫວຽດນາມ ກັບຄືນສູ່ສະພາບທີ່ເປັນປົກກະຕິໄດ້ເຮັດໃຫ້ສື່ມວນຊົນ, ຜູ້ນິຍົມບານເຕະໃນໂລກສະແດງຄວາມນິຍົມນັບຖື.
ໂອ​ກາດ​ເພື່ອ​ໂຄ​ສະ​ນາ​ບານ​ເຕະ​ຫວຽດ​ນາມ - ảnh 1ພາບປະກອບ: VPF 

“ຫວຽດນາມ ປະເທດ ເຄື່ອນໄຫວບານເຕະຄືນໃໝ່ດ້ວຍການເຂົ້າຮ່ວມຂອງຜູ້ຊົມນັບພັນໆຄົນ” ນີ້ແມ່ນຫົວຂໍ້ບົດຂຽນໃນໜັງສືພິມ Doble Amarilla  (ປະເທດແອັດສະປາຍ). ໜັງສືພິມໄດ້ຍ້ອງຍໍຊົມເຊີຍຫວຽດນາມທີ່ໄດ້ “ທັບມ້າງ” ຄວາມສະຫງົບງຽບຂອງວົງການກິລາໂລກ ແລະ ກັບຄືນສູ່ການເຄື່ອນໄຫວຕາມວິທີການທີ່ແຕກຕ່າງກັນ. TyC Sports ໂດຍເປັນຊ່ອງກິລາ ໂທລະພາບຂອງ ອາກຊັງຕິນ ກໍ່ໄດ້ອອກຂ່າວກ່ຽວກັບການແຂ່ງຂັນນັດຕ່າງໆຢູ່ໃນລາຍການແຂ່ງຂັນບານເຕະແຫ່ງຊາດ 2020 ຂອງຫວຽດນາມ, ໃນນັ້ນໄດ້ສະແດງຄວາມນິຍົມນັບຖືຍ້ອນວ່າ ຫວຽດນາມສາມາດຄວບຄຸມໂລກລະບາດ Covid – 19ໄດ້ສຳເລັດ. ໃນເວັບໄຊ Goal.com ຕີລາຄາວ່າ “ໃນທ່າມກາງ ທີ່ບານເຕະໂລກພວມຊອກຫາແຜນການກັບຄືນສູ່ການແຂ່ງຂັນ ແລະ ບໍ່ມີຜູ້ຊົມນັ້ນ, ບານເຕະຢູ່ຫວຽດນາມ ພັດໄດ້ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ ແລະ ບັນດາສະໜາມກິລາລ້ວນແຕ່ມີ ຜູ້ຊົມເຕັມ”

        ກິລາບານເຕະພຽງແຕ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງເສດຖະກິດ - ສັງຄົມ ຫວຽດນາມພວມສ້າງ “ສະພາບການປົກກະຕິຄືນໃໝ່”. ເລື່ອງບັນດາສະໜາມກິລາຫວຽດນາມ ເປີດປະຕູຕ້ອນຮັບຜູ້ຊົມຄືນໃໝ່ ແລະ ໃນໄລຍະຈະມາເຖິງ ແມ່ນການແຂ່ງຂັນກິລາຢູ່ພາຍໃນປະເທດຈະໄດ້ຈັດຕັ້ງເປັນປົກກະຕິນັ້ນ ແມ່ນໝາກຜົນຂອງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ຢ່າງຂ້ຽວຂາດ ແລະ ມີປະສິດທິຜົນຂອງພັກ, ລັດ ພ້ອມກັບການຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວກັນ ຂອງປະຊາຊົນ.

ຕອບກັບ