ໂລກລະບາດໂຄວິດ-19 ຢູ່ ດ່າໜັງ, ກ໋ວາງນາມ ໄດ້ຮັບການຄວບຄຸມ

Chia sẻ
(VOVWORLD) -  ຕອນບ່າຍວັນທີ 20 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃນໄລຍະປະຈຸບັນ.
ໂລກລະບາດໂຄວິດ-19 ຢູ່ ດ່າໜັງ, ກ໋ວາງນາມ ໄດ້ຮັບການຄວບຄຸມ - ảnh 1 ໂລກລະບາດໂຄວິດ-19 ຢູ່ ດ່າໜັງ, ກ໋ວາງນາມ ໄດ້ຮັບການຄວບຄຸມ (ພາບ: VGP)

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນແທງລອງ ຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ປະຈຸບັນ, ສະພາບການໂລກລະບາດໂຄວິດ-19 ຢູ່ ດ່າໜັງ, ກ໋ວາງນາມ ໄດ້ຮັບການຄວບຄຸມ ດ້ວຍຈຳນວນຜູ້ເຊື້ອໂຄວິດ-19 ໃນໄລຍະມໍ່ໆມານີ້ຄ່ອຍໆຫລຸດລົງ.

        ທີ່ກອງປະຊຸມ, ຜູ້ຕາງໜ້າກະຊວງສາທາລະນະສຸກກໍ່ໃຫ້ຮູ້ວ່າ: ໃນສະພາບການໂລກລະບາດໂຄວິດ-19 ພວມຜັນແປຢ່າງສັບສົນຢູ່ຫລາຍປະເທດໃນໂລກ, ບັນຫາຄົ້ນຄວ້າ, ຜະລິດວັກຊິນປ້ອງກັນ ບໍ່ພຽງແຕ່ໄດ້ຮັບຄວາມເອົາໃຈໃສ່, ການເຂົ້າຮ່ວມຢ່າງຂ້ຽວຂາດຂອງບັນດາອົງການຈັດຕັ້ງ, ປະເທດຕ່າງໆໃນໂລກເທົ່ານັ້ນ. ນັບແຕ່ຫົວທີ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ຕັ້ງໜ້າ, ເປັນເຈົ້າການຄົ້ນຄວ້າ ແລະ ພັດທະນາວັກຊິນຢູ່ພາຍໃນປະເທດ. ປະຈຸບັນ, ຫວຽດນາມ ມີ 4 ນັກຜະລິດພາຍໃນປະເທດພວມຄົ້ນຄວ້າວັກຊິນປ້ອງກັນໂຄວິດ-19.

ໂລກລະບາດໂຄວິດ-19 ຢູ່ ດ່າໜັງ, ກ໋ວາງນາມ ໄດ້ຮັບການຄວບຄຸມ - ảnh 2ໂປແກຼມ Bluezone ມີການດາວໂຫຼດຫລາຍກ່ວາ 20 ລ້ານເທື່ອແລ້ວ (ພາບ: baolangson.vn)

        ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ຕາມການສະຖິຕິຂອງກົມຄອມພິວເຕີ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລ້ວ, ໄລ່ຮອດເວລາ 11 ໂມງຂອງວັນທີ 20 ສິງຫາ, ໂປແກຼມ Bluezone ມີການດາວໂຫຼດຫລາຍກ່ວາ 20 ລ້ານເທື່ອແລ້ວ.

ຕອບກັບ