ໂລກ​ລະ​ບາດCovid– 19 ຫວຽດ​ນາມມອບ​ອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່​ບັນ​ດາ​ອົງ​ການ​ສາ​ທາ​ລະ​ນະ​ສຸກແລະສັງ​ຄົມ​ໂປ​ໂລຍ

Chia sẻ
(VOVWORLD) -ທ່ານWojciechGerwelເອກອັກຄະລັດຖະທູດໂປໂລຍປະຈຳຫວຽດນາມເນັ້ນໜັກວ່າການມອບເຄື່ອງອຸປະກອນດັ່ງກ່າວແມ່ນການກະທຳທີ່ມີຄວາມໝາຍທີ່ສຸດຂອງສະມາຄົມຊາວຫວຽດນາມທີ່ອາໄສຢູ່ໂປໂລຍ. 

ໂລກ​ລະ​ບາດCovid– 19 ຫວຽດ​ນາມມອບ​ອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່​ບັນ​ດາ​ອົງ​ການ​ສາ​ທາ​ລະ​ນະ​ສຸກແລະສັງ​ຄົມ​ໂປ​ໂລຍ - ảnh 1ທ່ານ Wojciech Gerwel ເອກອັກຄະລັດຖະທູດ ໂປໂລຍຮັບຂອງຂວັນຈາກ

(ພາບ: ສະຖານທູດ ໂປໂລຍປະຈຳ ຮ່າໂນ້ຍ) 

ຕໍ່ໜ້າສະພາບການໂລກລະບາດCovid– 19 ພວມຜັນແປຢ່າງສັນສົນຢູ່ພາກພື້ນເອີລົບ, ວັນທີ 26 ມີນາ, ໂດຍຜ່ານສະຖານທູດສ.ໂປໂລຍປະຈຳຫວຽດນາມ, ສະມາຄົມຊາວຫວຽດນາມຢູ່ໂປໂລຍແລະສະມາຄົມມິດຕະພາບຫວຽດນາມ - ໂປໂລຍໄດ້ມອບເຄື່ອງອຸປະກອນການແພດຈຳນວນໜຶ່ງໃຫ້ແກ່ອົງການສາທາລະນະສຸກແລະສັງຄົມໂປໂລຍ. ຈຳນວນເຄື່ອງອຸປະກອນດັ່ງກ່າວລວມມີຊຸດ kit ກວດເຊື້ອໄວຣັດ SARS –CoV -2 ຈຳນວນ 4000 ຊຸດ, ຖົງມືອະນາໄມທີ່ມີໃບຢັ້ງຢືນ 1.500 ຄູ່ແລະຊຸດປ້ອງກັນ ທາງການແພດ 500 ຊຸດ.

        ທ່ານWojciechGerwelເອກອັກຄະລັດຖະທູດໂປໂລຍປະຈຳຫວຽດນາມເນັ້ນໜັກວ່າການມອບເຄື່ອງອຸປະກອນດັ່ງກ່າວແມ່ນການກະທຳທີ່ມີຄວາມໝາຍທີ່ສຸດຂອງສະມາຄົມຊາວຫວຽດນາມທີ່ອາໄສຢູ່ໂປໂລຍ. ພ້ອມກັບບັນດາການເຄື່ອນໄຫວດັ່ງກ່າວ, ສະມາຄົມຫວຽດນາມປະຈຳໂປໂລຍ ຍັງຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອແນໃສ່ໜູນຊ່ວຍປະຊາຊົນປະເທດປະຈຳຖິ່ນໃນຊ່ວງເກີດໂລກລະບາດCovid– 19ຄືແຈກຢາຍຜ້າອັດປາກ - ອັດດັງໂດຍບໍ່ເສຍຄ່າຢູ່ນະຄອນVacsavaຫຼືສ້າງໂທລະສັບສາຍດ່ວນ ເພື່ອແບ່ງປັນຂໍ້ມູນຂ່າວສານກ່ຽວກັບພະຍາດCovid– 19 ຢູ່ໂປໂລຍ.

ຕອບກັບ