ໂປ​ໂລຍ​ຈະ​ມອບສົ່ງ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ຫວຽດ​ນາມ

Chia sẻ
(VOVWORLD) -ຂໍ້ລິເລີ່ມຂອງກຸ່ມສະມາຊິກລັດຖະສະພາໂປໂລຍ - ຫວຽດນາມແລະສະມາຄົມມິດຕະພາບໂປໂລຍ - ຫວຽດນາມໄດ້ຮັບການສະໜັບສະໜູນຂອງທ່ານເອກອັກຄະລັດຖະທູດໂປໂລຍ ປະຈຳຫວຽດນາມ, Wojciech Gerwelແລະທ່ານເອກອັກຄະລັດຖະທູດຫວຽດນາມປະຈຳໂປໂລຍຫງວຽນຮຸ່ງ, ມຸ່ງໄປເຖິງການມອບສົ່ງວັກຊິນກັນໂຄວິດ - 19 ໃນຈຳນວນວັກຊິນທີ່ຍັງເຫຼືອຂອງໂປໂລຍ.

ທ່ານລັດຖະມົນຕີທຳນຽບນາຍົກລັດຖະມົນຕີໂປໂລຍ Michał Dworczyk ໃຫ້ຮູ້ວ່າ ລັດຖະບານປະເທດນີ້ຈະສົ່ງວັກຊິນກັນໂຄວິດ - 19 ໃຫ້ແກ່ ຫວຽດນາມ ບົນຫຼັກການບໍ່ເພື່ອຜົນປະໂຫຍດ. ຕາມ ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳໂປໂລຍຫງວຽນຮຸ່ງແລ້ວ, ບັນຫາກ່ຽວກັບວັກຊິນແມ່ນໜຶ່ງໃນບັນດາເນື້ອໃນໃນການໂອ້ລົມສົນທະນາທາງໂທລະສັບລະຫວ່າງທ່ານນາຍົກລັດຖະມົນຕີMateusz Morawieckiໂປໂລຍແລະທ່ານນາຍົກລັດຖະມົນຕີຫວຽດນາມຟ້າມມິງຈິ໊ງໃນວັນທີ 17 ກໍລະກົດ.

ຂໍ້ລິເລີ່ມຂອງກຸ່ມສະມາຊິກລັດຖະສະພາໂປໂລຍ - ຫວຽດນາມແລະສະມາຄົມມິດຕະພາບໂປໂລຍ - ຫວຽດນາມໄດ້ຮັບການສະໜັບສະໜູນຂອງທ່ານເອກອັກຄະລັດຖະທູດໂປໂລຍ ປະຈຳຫວຽດນາມ, Wojciech Gerwelແລະທ່ານເອກອັກຄະລັດຖະທູດຫວຽດນາມປະຈຳໂປໂລຍຫງວຽນຮຸ່ງ, ມຸ່ງໄປເຖິງການມອບສົ່ງວັກຊິນກັນໂຄວິດ - 19 ໃນຈຳນວນວັກຊິນທີ່ຍັງເຫຼືອຂອງໂປໂລຍ. ໄປຄຽງຄູ່ກັນນັ້ນ, ສະຖານທູດໂປໂລຍປະຈຳຫວຽດນາມຈະໄດ້ຮັບວັກຊິນປະມານ 1000 ໂດສໃຫ້ແກ່ບັນດາພະນັກງານຂອງໂປໂລຍທີ່ພວມເຮັດວຽກແລະບັນດາພົນລະເມືອງໂປໂລຍພວມອາໄສຢູ່ຫວຽດນາມ.

ຕອບກັບ