ໂທລະເລກຊົມເຊີຍຈາກບັນດາປະເທດທີ່ສົ່ງເຖິງການນຳຂັ້ນສູງຫວຽດນາມ

Chia sẻ
(VOVWORLD) -ການເຈລະຈາລະຫວ່າງບັນດາສະມາຊິກສະພາແຫ່ງຊາດຂອງລັດເຊຍ ແລະ ຫວຽດນາມ ແມ່ນປັດໃຈສຳຄັນເພື່ອປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງລັດເຊຍ ແລະ ຫວຽດນາມ
ໂທລະເລກຊົມເຊີຍຈາກບັນດາປະເທດທີ່ສົ່ງເຖິງການນຳຂັ້ນສູງຫວຽດນາມ - ảnh 1ການນຳຂັ້ນສູງຫວຽດນາມ
(ພາບ: TTXVN)

ເນື່ອງໃນໂອກາດທ່ານ ຫງວຽນຊວັນຟຸກ ໄດ້ຮັບການເລືອກຕັ້ງເປັນປະທານປະເທດແຫ່ງສສ.ຫວຽດນາມ, ເຈົ້າຊີວິດ ແບນຊິກ Philippe de Belgique; ທ່ານປະທານາທິບໍດີ ຢູແກຼນ Volodymyr Zelanskyy ໄດ້ສົ່ງໂທລະເລກມາອວຍພອນ.

        ເນື່ອງໃນໂອກາດທ່ານ ຟ້າມມິງຈິ໊ງ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີແຫ່ງສສ.ຫວຽດນາມ, ທ່ານນາຍົກລັດຖະມົນຕີປະເທດໂຮນລັງ Mark Rutte ໄດ້ສົ່ງໂທລະເລກມາອວຍພອນ.

        ເນື່ອງໃນໂອກາດທ່ານ ເວືອງດິ່ງເຫ້ວ ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດແຫ່ງສສ.ຫວຽດນາມ, ທ່ານປະທານສະພາແຫ່ງຊາດສະຫະພັນລັດເຊຍ ແລະ ປະທານສະພາສູງກາຊັກສະຖານ ໄດ້ສົ່ງໂທລະເລກ, ຈົດໝາຍມາອວຍພອນ. ໃນຈົດໝາຍ, ທ່ານປະສານສະພາແຫ່ງຊາດສະຫະພັນລັດເຊຍ Vyacheslav Volodin ເນັ້ນໜັກວ່າ: ການເຈລະຈາລະຫວ່າງບັນດາສະມາຊິກສະພາແຫ່ງຊາດຂອງລັດເຊຍ ແລະ ຫວຽດນາມ ແມ່ນປັດໃຈສຳຄັນເພື່ອປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງລັດເຊຍ ແລະ ຫວຽດນາມ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

ຕອບກັບ