ໂຄສະນາເຜີຍແຜ່ ກ່ຽວກັບ ອາຊຽນ ດ້ວຍແຜນການສັງລວມ

Chia sẻ

ໂຄສະນາ​ເຜິ​ຍ​ແຜ່ ກ່ຽວ​ກັບ ອາ​ຊຽນ ດ້ວຍ​​ແຜນການ​ສັງ​ລວ​ມ

ໂຄສະນາເຜີຍແຜ່ ກ່ຽວກັບ ອາຊຽນ ດ້ວຍແຜນການສັງລວມ - ảnh 1
ພາບປະກອບ

(vovworld) - ສ້າງ​ສຳ​ເລັດ​ແຜນການ​ໂຄສະນາ, ​ເຜີ​ຍ​ແຜ່​ກ່ຽວ​ກັບ ອາ​ຊຽນ ​ແຕ່​ນີ້​ຮອດ​ປີ 2015 ​ແລະ ​ເປັນ​ເອກະ​ພາບ​ຕໍ່ແຜນ​ນະ​ໂຍບາຍ​ສ້າງ​ຕັ້ງ​ຄະນະຖະ​ແຫຼ​ງຂ່າວ​ແຫ່ງ​ຊາດ ກ່ຽວ​ກັບ ອາ​ຊຽນ ​ແມ່ນ​ບັນດາ​ຄາດໝາຍ​ສຳຄັນ​ເຊິ່ງກອງ​ປະຊຸມ​ສຳ​ມະ​ນາ​​ໂທລະ​ຄົມ ອາ​ຊຽນ ຄັ້ງ​ທີ 2 ຈັດ​ຂຶ້ນ​ໃນ​ວັນ​ທີ 12/3 ຢູ່ ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານນາງ ກວານ​ຢູຍ​ເງິນ​ຮ່າ (Quan Duy Ngan Ha), ຫົວໜ້າກົມຮ່ວມ​ມື​ສາກົນ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ສື່ສານ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ແຜນການ​ໂຄສະນາ, ​ເຜີຍ​ແຜ່ ກ່ຽວ​ກັບ ອາ​ຊຽນ​ແຕ່​ນີ້​ຮອດ​ປີ 2015 ມີ​ເນື້ອ​ໃນ​ຄື: ຍົງ​ສູງ​ບົດບາດ, ທີ່​ຕັ້ງ​ຂອງ ອາ​ຊຽນ, ບັນດາ​ຜົນງານ​ເຊິ່ງ ອາ​ຊຽນ ບັນລຸ​ໄດ້​ໃນ​ວິວັດ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ​ແນະນຳ ກ່ຽວ​ກັບ​ປະຫວັດສາດ, ວັດທະນະທຳ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ປະຊາ​ຄົມ ອາ​ຊຽນ, ​ເຮັດ​​ແຈ້ງ​ເນື້ອ​ໃນຂອງ​ປະຊາ​ຄົມ ອາ​ຊຽນ, ຄວາມ​ໝາຍ​ຂອງ​ການ​ສ້າງ​ຕັ້ງ​ປະຊາ​ຄົມ ອາ​ຊຽນ ສຳລັບ​ການ​ຮ່ວມ​ມື ​ແລະ ພັດທະນາ​ລວມຢູ່​ພາກ​ພື້ນ​ກໍ່​ຄື​ແຕ່ລະ​ປະ​ເທດ​ສະມາຊິກ.​.​. ​ເປົ້າ​ໝາຍ​ໂຄ​ສະນາ​ໃນ​ແຜນການ​ໄດ້​ຮັບ​ການ​ກຳນົດ​ຢ່າງ​ລະອຽດຜ່ານ 2 ລະດັບ ພາຍ​ໃນ ​ແລະ ຕ່າງປະ​ເທດ. ການ​ເຄື່ອນ​ໄຫວ​ໂຄສະນາ​ຖືກ​ດຳ​ເນີນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ​ຜັນ​ຂະຫຍາຍ​ໃນ​ແຕ່ລະ​ປີ. ​ແຜນການ​ໂຄສະນາ, ​ເຜິ​ຍ​ແຜ່​ກ່ຽວ​ກັບ ອາ​ຊຽນ ​ແຕ່​ນີ້​ຮອດ​ປີ 2015 ຈະ​​ຍືນ​ສະ​ເໜີ​ຕໍ່​ນາຍົກລັດຖະມົນຕີ​ໃນ​ປີ 2013.