ໂຄສະນາພາບພົດຫວຽດນາມຢູ່ນອກແວ

Chia sẻ
ເນື່ອງ​ໃນ​ໂອກາດ​ງານ​ບຸນວັດທະນະທຳ ​ແລະ ພາສາ​ປີ 2016 ຖືກ​ຈັດ​ຕັ້ງ​ຢູ່​ນະຄອນ Oslo, ສະຖານທູ​ດ ຫວຽດນາມ ປະຈຳ ນອກ​ແວ ​ໄດ້​ສົມທົບ​ກັບ​ສູນວາງສະ​ແດງວັດທະນະທຳ
ໂຄສະນາພາບພົດຫວຽດນາມຢູ່ນອກແວ - ảnh 1
ງານວາງສະແດງຢູ່ນອກແວ
(ພາບ: vietnamplus)

(vovworld) –  ​​ເນື່ອງ​ໃນ​ໂອກາດ​ງານ​ບຸນວັດທະນະທຳ ​ແລະ ພາສາ​ປີ 2016 ຖືກ​ຈັດ​ຕັ້ງ​ຢູ່​ນະຄອນ Oslo, ສະຖານທູ​ດ ຫວຽດນາມ ປະຈຳ ນອກ​ແວ ​ໄດ້​ສົມທົບ​ກັບ​ສູນວາງສະ​ແດງວັດທະນະທຳ, ສິລະ​ປະ ຫວຽດນາມ ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ກ່ຽວ​ກັບ ຫວຽດນາມ ​ເພື່ອ​ແນ​ໃສ່​ຕັ້ງໜ້າ​ໂຄສະນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ, ຊາວ ຫວຽດນາມ ​ແລະ ສົ່ງ​ເສີມ​ການ​ທ່ອງ​ທ່ຽວ. ຄະນະ​ຈັດ​ຕັ້ງ​ງານ​ບຸນ​ກໍ​ຄື​ບັນດາ​ແຂກ​ມາ​ຊົມ​ລ້ວນ​ແຕ່​ຕີ​ລາຄາ​ສູງ​ການວາງສະ​ແດງ​ຂອງ ຫວຽດນາມ ດ້ວຍ​ຫົວ​ຂໍ້​ຕົ້ນຕໍ​ແມ່ນ​ກ່ຽວ​ກັບ​ພາບສີ​ຂັດ​ມັນ, ຜະລິດ​ຕະພັນ​ຫັດ​ຖະ​ກຳ, ອາຫານ​ການ​ກິນ​ ກໍ່​ຄື​ແນະນຳ​ກ່ຽວ​ກັບ​ສິລະ​ປະ​ຟ້ອນ​ຕຸກກະຕາ​ນຳ້​ທີ່​ເປັນ​ເອກະລັກ​ສະ​ເພາະ. ທ່ານ​ນາງ ​ເລ​ທິຕວຽດມາຍ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ນອກ​​ແວ ​ໃຫ້​ຮູ້​ວ່າ: ​ເລື່ອງ​ຈັດ​ຕັ້ງ​ການ​ແນະນຳ​ກ່ຽວ​ກັບ ຫວຽດນາມ ຢູ່​ງານ​ບຸນ​ວັດທະນະທຳ ​ແລະ ພາສາ ຈັດ​ຕັ້ງ​ໃນ​ວັນ​ທີ 21/5 ຢູ່​ສະໜາມ​ຫຼວງ​ສຳນັກງານ​ບໍລິຫານ Oslo ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ ​ແລະ ນອກ​ແວ (1971 – 2016). ຄະນະ​ຜູ້​ແທນ​ຂອງ​ສູນ​ວາງສະ​ແດງ​ວັດທະນະທຳ, ສິລະ​ປະ ຫວຽດນາມ ​ໂດຍ​ທ່ານ​ນາງ ດັ້ງ​ທິງ​ອກບີ​ກ, ຮອງ​ຜູ້ອຳນວຍການ​ເປັນ​ຫົວໜ້າ​ຄະນະ, ​ໄດ້​​ແນະນຳ​ບັນຍາ​ກາດ ຫວຽດນາມ ທີ່​ເປັນ​ເອກະລັກ​ສະ​ເພາະ​ຢູ່​ງານ​ບຸນ, ດ້ວຍ​ການສະ​ແດງ​ຕຸກກະຕາ​ນຳ້​ທີ່​ເປັນ​ເອກະລັກ​ສະ​​ເພາະ, ພາບ​ແຕ້ມ ​ແລະ ພາບ​ສີ​ຂັດ​ມັນ. ສະຖານທູ​ດ ຫວຽດນາມ ປະ​ຈຳ ນອກ​​ແວ ​ຍັງ​ສົມທົບ​ກັບ​ສະຖານທູດ​ຂອງ 4 ປະ​ເທດ ອາ​ຊຽນ ປະຈຳ Oslo ​ເຊິ່ງລວມມີ: ອິນ​ໂດ​ເນ​ເຊຍ, ມຽນມາ, ຟີ​ລິບ​ປິນ ​ແລະ ​ໄທ, ຈັດ​ຕັ້ງ​ຮ້ານວາງສະ​ແດງ​ແນະນຳ​ກ່ຽວກັບ​ປະຊາ​ຄົມ ອາ​ຊຽນ, ​ໃນ​ນັ້ນ​ໄດ້​ປະສານ​ສົມທົບ​ກັນ​​ແນະນຳ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ວັດທະນະທຳ, ສົ່ງ​ເສີມ​ການທ່ອງທ່ຽວ ຫວຽດນາມ. ຮ້ານ​ວາງສະ​ແດງ​ຂອງ ຫວຽດນາມ ​ແລະ ອາ​ຊຽນ ​ໄດ້​ດຶງ​ດູດ​ແຂ​ກມາ​ຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ.