ໂຄສະນາການປົກປັກຮັກສາອະທິປະໄຕ, ພັດທະນາເຂດທະເລ, ໝູ່ເກາະຫວຽດນາມແບບຍືນຍົງ

Chia sẻ
(VOVWORLD) -ແຜນຮ່າງໂຄສະນາການປົກປັກຮັກສາອະທິປະໄຕ ແລະ ພັດທະນາເຂດທະເລ, ໝູ່ເກາະຫວຽດນາມ ໄລຍະ 2018 – 2020 ຫາກໍໄດ້ຮັບການເຊັນອະນຸມັດຜ່ານຈາກທ່ານນາຍົກລັດຖະມົນຕີຫວຽດນາມ. 

ໂຄສະນາການປົກປັກຮັກສາອະທິປະໄຕ, ພັດທະນາເຂດທະເລ, ໝູ່ເກາະຫວຽດນາມແບບຍືນຍົງ - ảnh 1 ງານວາງສະແດງຮູບພາບກ່ຽວກັບທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນຂອງສະໂມສອນ Tuoi Tre

(ພາບ: ສະໂມສອນ Tuoi Tre)

ແຜນຮ່າງດັ່ງກ່າວໄດ້ຜັນຂະຫຍາຍຢູ່ບັນດາແຂວງ, ນະຄອນຂຶ້ນກັບສູນກາງ ແລະ ບາງປະເທດທີ່ມີຊາວຫວຽດນາມດໍາລົງຊີວິດ, ເຮັດວຽກ ແລະ ສຶກສາຮໍ່າຮຽນ; ບັນດາປະເທດທີ່ມີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ ດ້ວຍເປົ້າໝາຍ ປະຊາຊົນທຸກຄົນລ້ວນແຕ່ໄດ້ຮັບການສະໜອງຂໍ້ມູນຂ່າວສານກ່ຽວກັບແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ ທີ່ກ່ຽວຂ້ອງເຖິງທະເລ, ໝູ່ເກາະຫວຽດນາມ ໂດຍຜ່ານບັນດາສື່ມວນຊົນ. ບັນດາເນື້ອໃນລວມມີ: ແນວທາງ, ແຜນນະໂຍບາຍ, ນະໂຍບາຍກົດໝາຍຂອງຫວຽດນາມ ທີ່ກ່ຽວຂ້ອງເຖິງເຂດທະເລ, ໝູ່ເກາະ; ເອກະສານກົດໝາຍສາກົນສະບັບຕ່າງໆ, ຂໍ້ຕົກລົງສອງຝ່າຍ ແລະ ຫຼາຍຝ່າຍ ທີ່ກ່ຽວຂ້ອງເຖິງເຂດທະເລ, ໝູ່ເກາະລະຫວ່າງຫວຽດນາມ     ກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ; ບັນດາພະຍານຫຼັກຖານດ້ານປະຫວັດສາດ, ນິຕິກໍາ ທີ່ຢືນຢັນອະທິປະໄຕທະເລ, ໝູ່ເກາະຂອງຫວຽດນາມສໍາລັບສອງໝູ່ເກາະ ເຈືອງຊາ ແລະ ຮວ່າງຊາ; ທີ່ຕັ້ງ, ບົດບາດ, ຄວາມສາມາດບົ່ມຊ້ອນຂອງທະເລ, ໝູ່ເກາະຂອງຫວຽດນາມ. ນອກຈາກນັ້ນ, ແຜນຮ່າງດັ່່ງກ່າວກໍໄດ້ໂຄສະນາກ່ຽວກັບການພັດທະນາເສດຖະກິດເຂດທະເລ, ໝູ່ເກາະຂອງຫວຽດນາມຄື: ການຂຸດຄົ້ນ ແລະກັ່ນຕອງນໍ້າມັນ, ເສດຖະກິດຜ່ານການເດີນທາງທະເລ, ການຂຸດຄົ້ນ, ການປຸງແຕ່ງສິນໃນນໍ້າ, ການທ່ອງທ່ຽວທະເລ ແລະ ເສດຖະກິດໝູ່ເກາະອີກດ້ວຍ.

  

ຕອບກັບ