ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ອາ​ຊຽນ ຢູ່ ເກາະ Jeju ຂອງ ສ.ເກົາຫຼີ

Chia sẻ
(VOVWORLD) -ກາງເດືອນກັນຍານີ້, ອຳນາດການປົກຄອງແຂວງ Jeju ໄດ້ສົມທົບກັບສູນ ອາຊຽນ - ສ.ເກົາຫຼີ ຈັດບັ້ນເຄື່ອນໄຫວໂຄສະນາກ່ຽວກັບການທ່ອງທ່ຽວ ຢູ່ ອາຊຽນ ໃນເກາະ Jeju ເຊິ່ງເປັນສະຖານທີ່ທີ່ມີຊື່ສຽງຂອງ ສ.ເກົາຫຼີ.
ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ອາ​ຊຽນ ຢູ່ ເກາະ Jeju ຂອງ ສ.ເກົາຫຼີ - ảnh 1(ພາບປະກອບ: TTXVN)

ເຂົ້າຮ່ວມພິທີເປີດມີການເຂົ້າຮ່ວມຂອງເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ສ.ເກົາຫຼີ, ທ່ານເລຂານຸການໃຫຍ່ ສູນ ອາຊຽນ - ສ.ເກົາຫຼີ ພ້ອມດ້ວຍຕາງໜ້າບັນດາແຂວງຢູ່ເກາະ Jeju. ດ້ວຍຊື່ເອີ້ນ “ລົດໂຄສະນາການທ່ອງທ່ຽວ ອາຊຽນ” – (ATPV), ຄະນະຈັດຕັ້ງໄດ້ເປີດລາຍການທ່ອງທ່ຽວ ATPV ຢູ່ເກາະ Jeju. ລາຍການດັ່ງກ່າວໄດ້ນຳໃຊ້ລົດໄຟເພື່ອຮັບ - ສົ່ງແຂກທ່ອງທ່ຽວໄປມາລະຫວ່າງບັນດາສະຖານທີ່ທ່ອງທ່ຽວຕົ້ນຕໍ, ມີຊື່ສຽງ ແລະ ໂຮງຮຽນແຫ່ງຕ່າງໆຢູ່ Jeju ນັບແຕ່ວັນທີ 15 – 18 ກັນຍາ.

ດ້ວຍຫົວຂໍ້ “ຄົ້ນຫາ ອາຊຽນ - ຈຸດນັດພົບແກ່ທຸກຄວາມຝັນ”, ATPV ຈະພ້ອມກັບນັກທ່ອງທ່ຽວໄປທົ່ວເກາະ Jeju ແລະ ຈັດເຫດການຕ່າງໆ ເພື່ອໃຫ້ແຂກທ່ອງທ່ຽວສາມາດຊອກຮູ້ຕື່ມອີກກ່ຽວກັບ 10 ປະເທດສະມາຊິກ ອາຊຽນ, ແນະນຳ ອາຊຽນ ກັບມະຫາຊົນຢູ່ພາຍໃນປະເທດ ແລະ ໂຄສະນາກ່ຽວກັບຊັບພະຍາກອນທາງດ້ານການທ່ອງທ່ຽວ ແລະ ວັດທະນະທຳຂອງບັນດາປະເທດ ອາຊຽນ.


ຕອບກັບ