ໂຄ​ສະ​ນາ, ເສີມ​ຂະ​ຫຍາຍ​ຄຸ​ນ​ຄ່າ​ທຳ​ມະ​ຊາດ​ຂອງ ລັງ​ໂກ - ອ່າວ​ງາມ​ທີ່​ສຸດ​ໃນ​ໂລກ

Chia sẻ
(VOVWORLD) - ລາຍການສະແດງສິລະປະສະເຫຼີມສະຫຼອງ “ລັງໂກ - ອ່າວງາມທີ່ສຸດໃນໂລກ - 15 ປີແຫ່ງການກໍ່ສ້າງ ແລະ ພັດທະນາ” ໄດ້ດຳເນີນໃນຕອນຄ່ຳວັນທີ 11 ພຶດສະພາ ຢູ່ເທດສະບານ ລັງໂກ, ເມືອງຝຸລົກ, ແຂວງ ເທື່ອທຽນເຫວ້.
ໂຄ​ສະ​ນາ, ເສີມ​ຂະ​ຫຍາຍ​ຄຸ​ນ​ຄ່າ​ທຳ​ມະ​ຊາດ​ຂອງ ລັງ​ໂກ - ອ່າວ​ງາມ​ທີ່​ສຸດ​ໃນ​ໂລກ - ảnh 1ທ່ານ ຫງວຽນແທງບິ່ງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້  (ພາບ: dangcongsan.vn)

ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແທງບິ່ງ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ໄດ້ຢັ້ງຢືນວ່າ 15 ປີຜ່ານມາ, ລັງໂກ ໄດ້ມີການພັດທະນາຢ່າງກະໂດດຂັ້ນ ເມື່ອດຶງດູດໄດ້ແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ; ກາຍເປັນຈຸດນັດພົບທີ່ໄດ້ຮັບຄວາມນິຍົມ ຈາກບັນດານັກລົງທຶນດ້ານການທ່ອງທ່ຽວ, ການບໍລິການທັງພາຍໃນປະເທດ ແລະ ສາກົນ, ມີຫຼາຍໂຄງການທີ່ມີຂອບຂະໜາດໃຫຍ່ໄດ້ ແລະ ພວມໄດ້ຮັບການດຳເນີນກໍ່ສ້າງ. ປັດຈຸບັນ, ແຂວງເທື່ອທຽນເຫວ້ ພວມສຸມໃສ່ລົງທຶນພັດທະນາພື້ນຖານໂຄງລ່າງ, ບົນເນື້ອໃນຈິດໃຈສືບຕໍ່ປົກປັກຮັກສາບັນດາຄຸນຄ່າຂອງທຳມະຊາດ ແລະ ສິ່ງແວດລ້ອມທະເລ ລັງໂກ, ສົມທົບກັບການລົງທຶນພັດທະນາ, ເສີມຂະຫຍາຍຄຸນຄ່າອ່າວ ລັງໂກ ທີ່ສວມງາມ ຢ່າງມີປະສິດທິຜົນ ແລະ ຍືນຍົງ.

ບັນດາກິດຈະກຳສະເຫຼີມສະຫຼອງ 15 ປີແຫ່ງວັນລັງໂກ ໄດ້ຮັບການຮັບຮອງແມ່ນມໍລະດົກວັດທະນະທຳໂລກນັ້ນ ໄດ້ດຳເນີນແຕ່ວັນທີ 10 – 12 ພຶດສະພາ, ດ້ວຍຫຼາຍເຫດການທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳເຂດພາກ, ເຊັ່ນ: ລາຍການສະແດງສິລະປະ, ການສະແດງໂດດຈ້ອງເວີ່ນເວຫາ, ລອຍກະໂທງ, ຊ່ວງເຮືອ SUP.....

ຕອບກັບ