ໂຄງ​ການ​ດຳ​ເນີນ​ງານ Davos 2022 ສ້າງ​ກາ​ລະ​ໂອ​ກາດ ເພື່ອ​ໃຫ້​ບັນ​ດາ​ການ​ນຳ​ຫວນ​ຄືນ​ສະ​ພາບ​ການ​ຕົວ​ຈິງ​ຂອງ​ໂລກ ໃນ​ປີຜ່ານ​ມາ

Chia sẻ

(VOVWORLD) -ໃນບົດກ່າວປາໄສພິເສດຢູ່ວາລະໄຂກອງປະຊຸມ, ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres ຍົກອອກ 3 ຂົງເຂດຕ້ອງໄດ້ຮັບການແກ້ໄຂໂດຍດ່ວນ ເພື່ອໂລກ ຫຼຸດພົ້ນອອກຈາກວິກິດການດ້ານສຸຂະພາບ ແລະ ເສດຖະກິດທົ່ວໂລກ, ກໍ່ຄືຮັບປະກັນບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ.



 ໂຄງ​ການ​ດຳ​ເນີນ​ງານ Davos 2022 ສ້າງ​ກາ​ລະ​ໂອ​ກາດ ເພື່ອ​ໃຫ້​ບັນ​ດາ​ການ​ນຳ​ຫວນ​ຄືນ​ສະ​ພາບ​ການ​ຕົວ​ຈິງ​ຂອງ​ໂລກ ໃນ​ປີຜ່ານ​ມາ - ảnh 1ກອງປະຊຸມເວທີປາໄສເສດຖະກິດ ໂລກ (WEF) ປີ 2022 ແບບທາງໄກ (ພາບ: TTXVN)

ກອງປະຊຸມເວທີປາໄສເສດຖະກິດ ໂລກ (WEF) ປີ 2022 ແບບທາງໄກ ໄດ້ໄຂຂຶ້ນໃນວັນທີ 17 ມັງກອນ, ຢູ່ເຂດພັກຜ່ອນບຳລຸງສຸຂະພາບ Alps ປະຈຳ Davos, ປະເທດສະວິດ. ດ້ວຍຫົວຂໍ້ “ພ້ອມກັນເຮັດວຽກ, ຟື້ນຟູຄວາມໄວ້ເນື້ອເຊື່ອໃຈ”, ເຫດການຄັ້ງນີ້ ໄດ້ສ້າງກາລະໂອກາດເພື່ອໃຫ້ບັນດາການນຳທົ່ວໂລກ ຫວນຄືນສະພາບການຕົວຈິງຂອງໂລກ ໃນປີຜ່ານມາ. ໃນໄລຍະດຳເນີນກອງປະຊຸມນັບແຕ່ວັນທີ 17 – 21 ມັງກອນ, ກອງປະຊຸມຈະສຸມໃສ່ຊຸກຍູ້ການກະທຳສົມທົບກັນລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງໂດຍມີຄວາມສຳຄັນໃນທົ່ວໂລກ. ທີ່ບັນດາວາລະກອງປະຊຸມຫຼັກ, ບັນດາການນຳ ຈະປຶກສາຫາລືບັນດາບັນຫາຄື ໂລກລະບາດໂຄວິດ - 19, ການປະຕິວັດອຸດສາຫະກຳຄັ້ງທີ 4, ການຫັນປ່ຽນພະລັງງານ, ວິກິດການໃນການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ ແລະ ແງ່ຫວັງດ້ານເສດຖະກິດທົ່ວໂລກ.

ໃນບົດກ່າວປາໄສພິເສດຢູ່ວາລະໄຂກອງປະຊຸມ, ທ່ານ ເລຂາທິການໃຫຍ່ ສປຊ Antonio Guterres ຍົກອອກ 3 ຂົງເຂດຕ້ອງໄດ້ຮັບການແກ້ໄຂໂດຍດ່ວນ ເພື່ອໂລກ ຫຼຸດພົ້ນອອກຈາກວິກິດການດ້ານສຸຂະພາບ ແລະ ເສດຖະກິດທົ່ວໂລກ, ກໍ່ຄືຮັບປະກັນບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ.

ຕາມນັ້ນແລ້ວ, ຂົງເຂດທຳອິດທີ່ຕ້ອງໄດ້ຮັບຄວາມເອົາໃຈໃສ່ໃນທັນທີ ແມ່ນການປະເຊີນໜ້າກັບໂລກລະບາດໂຄວິດ - 19 ດ້ວຍຄວາມສະເໝີພາບ ແລະ ຍຸຕິທຳ, ເປັນຕົ້ນແມ່ນການແຈກຢາຍວັກຊິນ ແລະ ສຳພັດກັບວິທີການປິ່ນປົວໂລກລະບາດໂຄວິດ - 19 ໃນທົ່ວໂລກ. ສິ່ງທ້າທາຍທີ 2, ທ່ານ Guterres ໄດ້ຍົກອອກມາແມ່ນຄວາມຈຳເປັນຕ້ອງປະຕິຮູບລະບົບການເງິນໃນທົ່ວໂລກ ແລະ ທີ 3 ແມ່ນ ໜູນຊ່ວຍການກະທຳເພື່ອດິນຟ້າອາກາດຂອງບັນດາປະເທດພວມພັດທະນາ.

ທ່ານ Guterres ສະຫຼຸບວ່າ ຫຼາຍປະເທດຕ້ອງການການໜູນຊ່ວຍ, ຂໍ້ລິເລີ່ມ, ການເງິນ ແລະ ສຽງເວົ້າຂອງປະຊາຄົມວິສາຫະກິດທົ່ວໂລກ. ຖ້າບໍ່ສະໜອງການເງິນ ແລະ ຫຼຸດຜ່ອນໜີ້ສິນໃຫ້ແກ່ບັນດາປະເທດພວມພັດທະນາ, ການຟື້ນຟູນພື້ນຖານເສດຖະກິດທົ່ວໂລກ ຈະຕົກເຂົ້າສູ່ສະພາບການຈົນຕາແຈ.

ຕອບກັບ