ແດນ​ມາກ​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ການ​ຫັນ​ປ່ຽນ​ພະ​ລັງ​ງານ​ເພື່ອ​ເປົ​້າ​ໝາຍການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 18 ກັນຍາ, ຢູ່ນະຄອນຮະລອງ, ແຂວງກ໋ວາງນິງ, ຫ້ອງວ່າການສະພາແຫ່ງຊາດ, ກຳມະທິການວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ຫວຽດນາມ ແລະ ສະຖານທູດ ແດນມາກປະຈຳ ຫວຽດນາມ, ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ “ການຫັນປ່ຽນພະລັງງານເພື່ອເປົ້າໝາຍພັດທະນາແບບຍືນຍົງ”
ແດນ​ມາກ​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ການ​ຫັນ​ປ່ຽນ​ພະ​ລັງ​ງານ​ເພື່ອ​ເປົ​້າ​ໝາຍການ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ກອງປະຊຸມສຳມະນາວິທະຍາສາດ “ການຫັນປ່ຽນພະລັງງານເພື່ອເປົ້າໝາຍພັດທະນາແບບຍືນຍົງ” 

ກອງປະຊຸມສຳມະນາເພື່ອແນໃສ່ສະໜອງຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ, ປະສົບການລະຫວ່າງບັນດານັກຊ່ຽວຊານ ແດນມາກກັບບັນດາສະມາຊິກສະພາແຫ່ງຊາດ ຫວຽດນາມ ແລະ ບັນດາເປົ້າໝາຍທີ່ກ່ຽວຂ້ອງເຖິງການພັດທະນາພະລັງງານແບບຍືນຍົງຂອງແດນມາກ ແລະ ມາດຕະການທີ່ສາມາດນຳໃຊ້ຢູ່ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານເລຮົ່ງຕິ້ງຮອງຫົວໜ້າກຳມະທິການວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດໃຫ້ຮູ້ວ່າ:

ການນຳໃຊ້ພະລັງງານໂດຍປະຢັດ, ມີປະສິດທິຜົນ, ການຊອກຫາ, ຂຸດຄົ້ນຫັນປ່ຽນບັນດາພະລັງງານຮູບແບບໃໝ່, ພະລັງງານຜະລິດຄືນໃຫມ່ເພື່ອຮັບໃຊ້ເຂົ້າໃນການພັດທະນາເສດຖະກິດສັງຄົມ, ປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ, ມຸ່ງໄປສູ່ການພັດທະນາແບບຍືນຍົງແມ່ນສິ່ງທີ່ຈຳເປັນທີ່ສຸດຕໍ່ກັບຫວຽດນາມ. ບັນດາຄຳເຫັນທີ່ກອງປະຊຸມຈະເປັນແຫຼ່ງຂໍ້ມູນອັນລ້ຳຄ່າແລະ ເປັນພື້ນຖານທີ່ສຳຄັນເພື່ອໃຫ້ກຳມະທິການວິທະນາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມ ຂອງສະພາແຫ່ງຊາດເຂົ້າຮ່ວມ, ສະເໜີເພື່ອສ້າງນະໂຍບາຍ, ກົດໝາຍໃຫ້ສົມບູນແບບ ແລະ ຊຸກຍູ້ການຫັນປ່ຽນພະລັງງານແບບເກົ່າກາຍເປັນພະລັງງານແບບໃໝ່, ປະຢັດ, ມີປະສິດທິຜົນເພື່ອມຸ່ງໄປສູ່ການພັດທະນາແບບຍືນຍົງ.

        ທ່ານ Kim Hojund Christensen ເອກອັກຄະລັດຖະທູດແດນມາກປະຈຳຫວຽດນາມ ຖືວ່າ: ຫວຽດນາມ ມີເປົ້າໝາຍອັນໃຫຍ່ຫຼວງໃນການພັດທະນາພະລັງງານຜະລິດຄືນໃໝ່, ລວມທັງເປົ້າໝາຍໃນໄລຍະກາງ ແລະ ໄລຍະຍາວ. ເພາະສະນັ້ນ, ຫວຽດນາມຕ້ອງມີຍຸດທະສາດແລະແຜນການໄລຍະຍາວເພື່ອຮັບປະກັນໃຫ້ແກ່ການປະຕິບັດບັນດາເປົ້າໝາຍນີ້ ແລະ ລັດຖະບານ ຫວຽດນາມຄວນວາງອອກບັນດານະໂຍບາຍທີ່ສອດຄ່ອງ, ທ່ານກ່າວວ່າ:

        ຫວຽດນາມ ມີໂອກາດອັນໃຫຍ່ຫຼວງ, ເປັນເອກະລັກພິເສດເພື່ອສາມາດປະຕິບັດວິວັດການຫັນປ່ຽນພະລັງງານຂຽວໃຫ້ປະກົດຜົນເປັນຈິງດ້ວຍແຫຼ່ງຊັບພະຍາກອນກ່ຽວກັບພະລັງງານຜະລິດຄືນໃໝ່ຢ່າງຫຼວງຫຼາຍ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນລະດັບຕ່າງກັນ. ເຮັດແນວໃດເພື່ອນຳເອົາພະລັງງານຜະລິດຄືນໃຫມ່ເຂົ້າໃນລະບົບພະລັງງານໄຟຟ້າຂອງ ຫວຽດນາມ ແມ່ນສິ່ງທ້າທາຍອັນໜຶ່ງ ແລະ ພວກເຮົາຄວນສ້າງແຜນຜັງພະລັງງານທີ່ເປັນພື້ນຖານເພື່ອໃຫ້ ຫວຽດນາມຍົກສູງປະສິດທິຜົນ

        ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານແດນມາກ ແລະ ຫວຽດນາມ ໄດ້ນຳສະເໜີບົດປະກອບຄຳເຫັນກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງລະບົບນະໂຍບາຍ, ບັນດາຮູບແບບພະລັງງານຜະລິດຄືນໃໝ່ຢູ່ ຫວຽດນາມ ແລະ ວິວັດການພັດທະນາພະລັງງານແບບໃໝ່, ພະລັງງານຜະລິດຄືນໃໝ່ຂອງແດນມາກ, ກໍ່ຄືຜົນກະທົບຂອງບັນດານະໂຍບາຍດ້ານພາສີອາກອນ, ການໜູນຊ່ວຍລາຄາໃນວິວັດການຫັນປ່ຽນພະລັງງານ.

ຕອບກັບ