ແຂວງ ຊອກຈັງ ມານະພະຍາຍາມແກ້ໄຂບັດເຫຼືອງ IUU

Chia sẻ
(VOVWORLD) -ຕາມຄະນະກຳມະການປະຊາຊົນແຂວງ ຊອກຈັງ ແລ້ວ, ທາງແຂວງໄດ້ຜັນຂະຫຍາຍວຽກງານຕ້ານຂຸດຄົ້ນ IUU ຢ່າງຂ້ຽວຂາດ, ບັນລຸປະສິດທິຜົນ.
ແຂວງ ຊອກຈັງ ມານະພະຍາຍາມແກ້ໄຂບັດເຫຼືອງ IUU - ảnh 1(ທີ່ການເຮັດວຽກ)

        ຕອນບ່າຍວັນທີ 02 ມີນາ, ຢູ່ແຂວງ ຊອັກຈັງ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຟຸ່ງດຶກຕຽນ, ໄດ້ເຮັດວຽກກັບແຂວງ ຊອກຈັງ ກ່ຽວກັບວຽກງານປ້ອງກັນ, ຕ້ານການເຄື່ອນໄຫວຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕາມຂໍ້ກຳນົດ (IUU); ພັດທະນາການລ້ຽງປູກສິນໃນນ້ຳ… ໃນບໍລິເວນແຂວງ ຊອກຈັງ.

        ຕາມຄະນະກຳມະການປະຊາຊົນແຂວງ ຊອກຈັງ ແລ້ວ, ທາງແຂວງໄດ້ຜັນຂະຫຍາຍວຽກງານຕ້ານຂຸດຄົ້ນ IUU ຢ່າງຂ້ຽວຂາດ, ບັນລຸປະສິດທິຜົນ. ທາງແຂວງມີກຳປັ່ນຫາປາ 1.000 ລຳ, ໃນນັ້ນມີກຳປັ່ນຫາປາຢູ່ເຂດໄກຝັ່ງ 339 ລຳ, ເຊິ່ງລ້ວນແຕ່ຕິດຕັ້ງເຄື່ອງອຸປະກອນຕິດຕາມການເດີນເຮືອ. ກວ່າ 1 ປີຜ່ານມາ, ທາງແຂວງບໍ່ມີກຳປັ່ນຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍຢູ່ເຂດທະເລ. ທ່ານ ຮີນງອັກຢ້າ, ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງ ຊອກຈັງ, ໃຫ້ຮູ້ວ່າ:

        “ວຽກງານຕ້ານການຂຸດຄົ້ນ IUU ໄດ້ຮັບຄວາມເອົາໃຈໃສ່, ຊາບຊຶມການຜັນຂະຫຍາຍປະຕິບັດຈາກທຸກຂັ້ນ, ທຸກຂະແໜງການ ແຕ່ຂັ້ນແຂວງ ຕະຫຼອດຮອດຂັ້ນທ້ອງຖິ່ນ. ຜ່ານນັ້ນ, ໜ້າທີ່ຄວາມຮັບຜິດຊອບຂອງພະນັກງານ, ພາລະກອນກໍ່ໄດ້ຍົກສູງຂຶ້ນ. ປະຊາຄົມຊາວປະມົງມີຄວາມເຂົ້າໃຈກົດໝາຍ, ຂໍ້ກຳນົດແບ່ງເສັ້ນຊາຍແດນກ່ຽວກັບທະເລ ໝູ່ເກາະເທື່ອລະກ້າວ, ຈາກນັ້ນ, ຄວາມຮັບຮູ້ຂອງຊາວປະມົງກໍ່ມີການຫັນປ່ຽນຢ່າງຕັ້ງໜ້າ, ປະກອບສ່ວນຫຼຸດຜ່ອນການລະເມີດກ່ຽວກັບການຂຸດຄົ້ນ IUU ແລະ ທາງແຂວງກໍ່ກ້າວໄປເຖິງການສ້າງອາຊີບການປະມົງຂຸດຄົ້ນໂດຍມີຄວາມຮັບຜິດຊອບເປັນເທື່ອລະກ້າວ”.

ຕອບກັບ