ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນໃນການກໍ່ສ້າງຊົນນະບົດໃຫມ່

Chia sẻ
ວັນ​ທີ 28/1, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ປະຕິບັດ​ງານ​ສູນ​ກາງ ​ໄດ້​ລົງ​ຢ້ຽມຢາມ​ເຂດ​ປູຊະນີ​ຍາ​ສະຖານ​​ແຫ່ງ​ຊາດ​ພິ​ເສດ ​ເຕີ​ນຈ່າວ ພ້ອມ​ທັງ​ຊອກ​ຮູ້​ກ່ຽວ​ກັບ​ສະພາບ​ການ​ກໍ່ສ້າງ​ຊົນນະບົດ​ໃຫມ່

ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນໃນການກໍ່ສ້າງຊົນນະບົດໃຫມ່ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມພໍ່ແມ່ປຊຊ ຢູ່ ເຕີນຈ່າວ



(vovworld)-  ວັນ​ທີ 28/1, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ປະຕິບັດ​ງານ​ສູນ​ກາງ ​ໄດ້​ລົງ​ຢ້ຽມຢາມ​ເຂດ​ປູຊະນີ​ຍາ​ສະຖານ​​ແຫ່ງ​ຊາດ​ພິ​ເສດ ​ເຕີ​ນຈ່າວ ພ້ອມ​ທັງ​ຊອກ​ຮູ້​ກ່ຽວ​ກັບ​ສະພາບ​ການ​ກໍ່ສ້າງ​ຊົນນະບົດ​ໃຫມ່ ​ແລະ ອວຍພອນ​ບຸນປີ​ໃຫມ່​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ​ຢູ່​ຕາ​ແສງ ​ເຕີ​ນຈ່າວ ​ເມືອງ ​ເຊີນ​ເຢືອງ ​ແຂວງ ຕວຽນ​ກວາງ. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດສະ​ເຫ​ນີວ່າ:​ ພ້ອມ​ກັບ​ການ​ລົງທຶນ​ຈາກ​ລັດ, ທ້ອງ​ຖິ່ນ​ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ລະດົມ​ທຸກ​ແຫ​ລ່ງກຳລັງ​ອື່ນ ​ແລະ ລະດົມ​ກຳລັງ​ແຮງ​ຂອງ​ປະຊາຊົນ ​ເພື່ອ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃຫມ່​ຂອງ​ຕາ​ແສງ, ສົມ​ກັບ​ມູນ​ເຊື້ອ​ຂອງ​ເຂດ​ດິນ​ແດນ​ປະຕິວັດ.