ເສດຖະກິດ ຫວຽດນາມ ນຳເອົາກາລະໂອກາດໃຫຍ່ມາໃຫ້ບັນດານັກລົງທຶນ

Chia sẻ
(VOVWORLD) - ວາລະສານ Global Business Outlook (ໃຫ້ຂ່າວສະເພາະບັນດາຂະແໜງອຸດສາຫະກຳຫຼັກແຫຼ່ງທີ່ມີສຳນັກງານຕັ້ງຢູ່ ອັງກິດ) ໄດ້ຄັດສະເໜີບົດລາຍງານຂອງທະນາຄານພັດທະນາສິງກະໂປ ໂດຍຖືວ່າ: ຮອດປີ 2029, ເສດຖະກິດ ຫວຽດນາມ ອາດຈະມີການເຕີບໂຕສູງກ່ວາ ສິງກະໂປ.
ເສດຖະກິດ ຫວຽດນາມ ນຳເອົາກາລະໂອກາດໃຫຍ່ມາໃຫ້ບັນດານັກລົງທຶນ - ảnh 1 (ພາບປະກອບ/TTXVN)

        ຕາມບົດຂຽນແລ້ວ, ໃນ 10 ປີຈະມາເຖິງ, ຫວຽດນາມ ອາດຈະມີການເຕີບໂຕຢູ່ໃນລະດັບແຕ່ 6% - 6,5%. ທ່ານ Irvin Seah ຖືວ່າ ບັນດານັກລົງທຶນທົ່ວໂລກມີຄວາມສົນໃຈປະເທດ ຫວຽດນາມ ຫລາຍທີ່ສຸດ.

        ບາງສຳນັກຂ່າວສານກໍ່ໃຫ້ຂ່າວວ່າ ຕາມບົດລາຍງານຂອງທະນາຄານພັດທະນາສິງກະໂປ ແລ້ວ, ເສດຖະກິດ ຫວຽດນາມ ໃນຊຸມປີຈະມາເຖິງ ອາດຈະເຕີບໂຕແຮງ ຍ້ອນມີປັດໄຈນະໂຍບາຍເສດຖະກິດສຸມໃສ່ສະຖຽນລະພາບຍາວນານ ແລະ ເອົາໃຈໃສ່ຕໍ່ການລົງທຶນ.

ຕອບກັບ