ເວເນຊູເອລາກ່າວຫາອາເມລິກາທຳລາຍການເລືອກຕັ້ງດ້ວຍຄຳສັ່ງລົງໂທດ

Chia sẻ
(VOVWORLD) -ວັນທີ 19 ພຶດສະພາ, ເວເນຊູເອລາ ກ່າວຫາອາເມລິກາ ຈັດວາງບັນດາຄຳສັ່ງລົງໂທດໃໝ່ແນໃສ່ບັນດາເຈົ້າໜ້າທີ່ແຖວໜ້າໃນອຳນາດການປົກຄອງ Caracas ເພື່ອທຳລາຍການເລືອກຕັ້ງປະທານາທິບໍດີ ເຊິ່ງດຳເນີນໃນວັນທີ 20 ພຶດສະພາ.

ເວເນຊູເອລາກ່າວຫາອາເມລິກາທຳລາຍການເລືອກຕັ້ງດ້ວຍຄຳສັ່ງລົງໂທດ - ảnh 1 ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro

(ພາບປະກອບ: EFE/TTXVN)

ໃນຖະແຫຼງການໜຶ່ງ, ອຳນາດການປົກຄອງຂອງປະທານາທິບໍດີ ເວເນຊູເອລາ Nicolas Maduro ໄດ້ເອີ້ນບັນດາມາດຕະການລົງໂທດໃໝ່ແມ່ນສ່ວນໜຶ່ງໃນ “ບັ້ນຮົບເກາະຜິດຢ່າງມີລະບົບ” ຂອງອຳນາດການປົກຄອງປະທານາທິບໍດີອາເມລິກາ Donald Trump ແລະ ບໍ່ມີພື້ນຖານດ້ານກົດໝາຍ.

      ກ່ອນໜ້ານັ້ນ, ວັນທີ 18 ພຶດສະພາ, ອາເມລິກາ ໄດ້ເພີ່ມຄວາມກຳລັງດັ່ນຕໍ່ລັດຖະບານຂອງທ່ານປະທານາທິບໍດີ Maduro ເມື່ອຈັດວາງຄຳສັ່ງລົງໂທດສຳລັບເຈົ້າໜ້າທີ່ບາງທ່ານຂອງ ເວເນຊູເອລາ.

ຕອບກັບ