ເວັບ​ໄຊ WEF: ຫວຽດ​ນາມ​ ​ກາຍ​ເປັນ “ປາ​ພະ​ຄານ” ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid - 19

Chia sẻ
(VOVWORLD) -ວັນທີ 30 ມີນາ, ເວັບໄຊເອເລັກໂຕນິກ ຂອງເວທີປາໄສເສດຖະກິດໂລກ (WEF) ໄດ້ ລົງບົດຂຽນຂອງນັກຂ່າວອັງກິດ Sean Fleming ເຊິ່ງໄດ້ຕີລາຄາວ່າ ຫວຽດນາມຮັບມືກັບໂລກລະບາດ Covid - 19 ຢ່າງມີປະສິດທິຜົນ ແລະ ກາຍເປັນ “ປາພະຄານ” ກ່ຽວກັບວິທີການປະຕິບັດດ້ວຍແຫຼ່ງກຳລັງທີ່ ຈຳກັດ.
ເວັບ​ໄຊ WEF: ຫວຽດ​ນາມ​ ​ກາຍ​ເປັນ “ປາ​ພະ​ຄານ” ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid - 19 - ảnh 1ໜ້າເວັບໄຊ WEF (ພາບ: WEF/TTXVN) 

ນັກຂ່າວ Sean Fleming ຍັງໄດ້ເນັ້ນໜັກວ່າ ຫວຽດນາມ ໄດ້ມີການກະທຳຢ່າງທັນການ, ມີຄວາມຕັດສິນໃຈຢ່າງວ່ອງໄວ ແລະ ທັນການ ພ້ອມກັບມາດຕະການຕ່າງໆໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ເຊິ່ງໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນຄື: ເລີ່ມດຳເນີນບັນດາຂໍ້ລິເລີ່ມເພື່ອສະກັດກັ້ນການແຜ່ລະບາດ ຂອງ ໂລກລະບາດ Covid – 19 ນັບແຕ່ວັນທີ 1 ກຸມພາເປັນຕົ້ນມາ, ຢຸດຕິຊົ່ວຄາວບັນດາຖ້ຽວບິນໄປ - ມາ ກັບຈີນ, ປິດໂຮງຮຽນ…

ນັກຂ່າວ Sean Fleming ໄດ້ໃຫ້ຂໍ້ສັງເກດວ່າ ດ້ວຍແຫຼ່ງກຳລັງທີ່ ຈຳກັດນັ້ນ ແຕ່ ຫວຽດນາມ ເບິ່ງຄືວ່າສາມາດ ຄວບຄຸມໄດ້ການແຜ່ລະບາດຂອງໂລກລະບາດນີ້.

ເວັບ​ໄຊ WEF: ຫວຽດ​ນາມ​ ​ກາຍ​ເປັນ “ປາ​ພະ​ຄານ” ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid - 19 - ảnh 2

ຕອບກັບ