ເວທີປາໄສໂຄສະນາໂດຍກົງຜ່ານເຄືອຂ່າຍອິນເຕີເນັດ ປີ 2019: ຊຸກຍູ້ການຄ້າເອເລັກໂຕນິກ

Chia sẻ
(VOVWORLD) -ເວທີປາໄສໂຄສະນາໂດຍກົງຜ່ານເຄືອຂ່າຍອິນເຕີເນັດ ປີ 2019 ແມ່ນເຫດການຖືກຈັດຂຶ້ນປະຈໍາປີ ໂດຍສະຫະສະມາຄົມການຄ້າເອເລັກໂຕນິກຫວຽດນາມ (VECOM) ຈັດຕັ້ງ ຈະດໍາເນີນໃນລະຫວ່າງວັນທີ 14 ສິງຫາ - 16 ສິງຫາ ຢູ່ນະຄອນໂຮ່ຈີມິນ. 

        ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດານັກປາຖະກະຖາດ, ສ່ວນບຸກຄົນ, ວິສາຫະກິດ ທີ່ມີຄວາມສົນໃຈເຖິງບັນດາຂົງເຂດນີ້ ແລກປ່ຽນກ່ຽວກັບຜົນກະທົບຂອງເຕັກໂນໂລຢີດີຈີຕອນ ຕໍ່ທຸກການເຄື່ອນໄຫວຜະລິດ-ດໍາເນີນທຸລະກິດ, ພິເສດແມ່ນປຶກສາຫາລືກ່ຽວກັບຄວາມຈໍາເປັນຕ້ອງເຂົ້າໃຈເຖິງຄວາມຕ້ອງການຂອງລູກຄ້າ ແລະ ດຶງດູດໃຈລູກຄ້າ. ທ່ານ ຮ່າແອັງຕ໊ວນ, ຜູ້ອໍານວຍການບໍລິສັດຫຸ້ນສ່ວນສື່ສານ ແລະ ເຕັກໂນໂລຢີ Vinalink, ກໍາມະການຄະນະບໍລິຫານງານສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ (VECOM), ໃຫ້ຮູ້ວ່າ:

        “ລາຍຮັບຂອງການຄ້າເອເລັກໂຕນິກປີ 2018 ບັນລຸເກືອບ 10 ຕື້ USD ແລະ ລະດັບເຕີບໂຕບັນລຸເກືອບ 30%. ການຄ້າເອເລັກໂຕນິກພວມມີລະດັບເຕີບໂຕຢ່າງວ່ອງໄວ. ຄະນະ, ຂະແໜງການຕ່າງໆ ແລະ ລັດຖະບານ ລ້ວນແຕ່ພວມມານະພະຍາຍາມຫັນທັງໝົດເປັນເອເລັກໂຕນິກ, ສະນັ້ນ ການຄ້າກໍຕ້ອງຫັນເປັນເອເລັກໂຕນິກຢ່າງໄວວາ. ສໍາລັບການຄ້າເອເລັກໂຕນິກມີລັກສະນະ ເພື່ອ ໂຄສະນາກ່ຽວກັບຜົນປະໂຫຍດຂອງການນໍາໃຊ້ຜະລິດຕະພັນ ສະນັ້ນ ຈະຊ່ວຍໃຫ້ຜູ້ບໍລິໂພກເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ນິຍົມຊົມໃຊ້ສິນຄ້າ. ຄວນຍູ້ແຮງການໂຄສະນາຜົນປະໂຫຍດຂອງການນໍາໃຊ້ຜະລິດຕະພັນເພື່ອໃຫ້ຜູ້ບໍລິໂພກມີຄວາມໄວ້ເນື້ອເຊື່ອໃຈກວ່າ ແລະ ຮູ້ໄດ້ວ່າ ວິສາຫະກິດໃດມີຄວາມໄວ້ວາງໃຈທີ່ສຸດ ເພື່ອໃຫ້ວິສາຫະກິດຂະຫຍາຍຕົວຢ່າງແຮງກວ່າອີກ”.


 

ຕອບກັບ