ເວທີປາໄສເສດຖະກິດລະດູບານໃໝ່2015

Chia sẻ
ເສດ​ຖະ​ກິດ ຫວຽດ​ນາມ ໃນ​ປີນີ້​ຍັງ​ຄົງ​ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍູ້ງ​ຍາກຫຼາຍ​ຢ່າງ, ພ້ອມ​ທັງ​ກ່າວ​ເຕືອນ​ບັນ​ດາ​ນັກ​ວິ​ສາ​ຫະ​ກິດ​ຕ້ອງ​ເປັນ​ເຈົ້າ​ການ​ເລືອກ​ເຟັ້ນ​ບັນ​ດາ​ປະ​ເພດ​ສິນ​ຄ້າ
ເວທີປາໄສເສດຖະກິດລະດູບານໃໝ່2015 - ảnh 1
ທ່ານ​ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ຄວານ (ຜູ້​ຢູ່​ກາງ) ທີ່​ເວ​ທີ​ປ​າ​ໄສ​ລະ​ດູ​ບານ​ໃໝ່​ປີ 2015
(ພາບ: T.Thắng)

(vovworld) – ຕອ​ນ​ບ່າຍ​ວັນ​ທີ 19/1, ທີ່​ເວ​ທີ​ປ​າ​ໄສ​ລະ​ດູ​ບານ​ໃໝ່​ປີ 2015 ດຳ​ເນີນ​ໄປ​ຢູ່​ນະ​ຄອນ ຫາຍ​ຟ່ອງ, ນັກ​ຊ່ຽວ​ຊານຫຼາຍ​ທ່ານ​ຖື​ວ່າ: ເສດ​ຖະ​ກິດ ຫວຽດ​ນາມ ໃນ​ປີນີ້​ຍັງ​ຄົງ​ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍູ້ງ​ຍາກຫຼາຍ​ຢ່າງ, ພ້ອມ​ທັງ​ກ່າວ​ເຕືອນ​ບັນ​ດາ​ນັກ​ວິ​ສາ​ຫະ​ກິດ​ຕ້ອງ​ເປັນ​ເຈົ້າ​ການ​ເລືອກ​ເຟັ້ນ​ບັນ​ດາ​ປະ​ເພດ​ສິນ​ຄ້າ, ກຳ​ແໜ້ນ​ຕະຫຼາດ​ເພື່ອ​​ກູ້​ເອົາ​ຕົນ​ເອງ​ກ່ອນ​ທີ່​​ມີ​ນະ​ໂຍ​ບາຍ​ໜູນ​ຊ່ວຍ. ຕາ​ມ​ທ່ານ​ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ຄວານ ແລ້ວ, ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຕ້ອງ​ເປັນ​ເຈົ້າ​ການເລືອກ​ເຟັ້ນ​ບັນ​ດາ​ປະ​ເພດ​ສິນ​ຄ້າ, ກຳ​ແໜ້ນ​ຕະຫຼາດ​ເພື່ອ​ຍົກ​ອອກ​​ບັນ​ດາ​ຈຸດ​ໝາຍ​ພັດ​ທະ​ນາ​ລະ​ອຽດ. ​ແລະກໍ່​ຕາມ​ທ່ານ ຫວູ​ຄວານ​ແລ້ວ, ເພື່ອ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ​ຟື້ນ​ຟູ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ລັດ​ພ້ອມ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຕ້ອງ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ພື້ນ​ຖາ​ນ​ຄື: ປ່ຽນ​ຮູບ​ແບບ​ພັ​ດ​ທະ​ນາ​ເສດ​ຖະ​ກິດ​ດ້ວຍ​ເລື່ອງ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່, ສືບ​ຕໍ່​ປະ​ຕິ​ບັດ​ຈຸດ​ໝາຍ​ຮອດ​ປີ 2020 ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ໂດຍ​ພື້ນ​ຖານ ຕາມ​ທິດ​ທັນ​ສະ​ໄໝ ແລະ ຍູ້​ແຮງ​ການ​ປະ​ຕິ​ບັດ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ໂລ​ກ.