ເວ​ທີ​ປາ​ໄສ​ຮ່ວມ​ມື​ໂລກ ຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ການ​ລົງ​ທຶນ​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

Chia sẻ
(VOVWORLD) - ເວທີປາໄສຮ່ວມມືໂລກ ຮຽກຮ້ອງໃຫ້ບັນດານັກລົງທຶນ ສວມບົດບາດເປັນແກ່ນສານໃນການກຳນົດຄືນທິດທາງການພັດທະນາຂອງພື້ນຖານເສດຖະກິດໂລກ ແລະ ກຳແໜ້ນກາລະໂອກາດໃໝ່ ໂດຍວິວັດທະນາການຫັນປ່ຽນບັນດາຂະແໜງພະລັງງານ, ກະສິກຳ ແລະ ສາທາລະນະສຸກ ນໍາມາໃຫ້. 
ເວ​ທີ​ປາ​ໄສ​ຮ່ວມ​ມື​ໂລກ ຮຽກ​ຮ້ອງ​ໃຫ້​ຊຸກ​ຍູ້​ການ​ລົງ​ທຶນ​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ  ຫວຽດນາມ ເຈິ່ນກວັກເຟືອງ ແລະ ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ (ພາບ: ESCAP)

ວັນທີ 20 ຕຸລາ, ເວທີປາໄສຮ່ວມມືໂລກ (WIF) ຄັ້ງທີ 8 ໄດ້ອັດລົງ, ພາຍຫຼັງດຳເນີນມາເປັນເວລາ 4 ວັນຢູ່ Abu Dhabi, ສະຫະລັດ ອາຣັບ ເອມມີເລດ (UAE). ເວທີປາໄສດັ່ງກ່າວ ຮຽກຮ້ອງໃຫ້ບັນດານັກລົງທຶນ ສວມບົດບາດເປັນແກ່ນສານໃນການກຳນົດຄືນທິດທາງການພັດທະນາຂອງພື້ນຖານເສດຖະກິດໂລກ ແລະ ກຳແໜ້ນກາລະໂອກາດໃໝ່ ໂດຍວິວັດທະນາການຫັນປ່ຽນບັນດາຂະແໜງພະລັງງານ, ກະສິກຳ ແລະ ສາທາລະນະສຸກ ນໍາມາໃຫ້. ເວທີປາໄສ ກໍປະກາດປະມວນນະໂຍບາຍລົງທຶນໃໝ່ອີກດ້ວຍ, ເຊິ່ງລວມມີ ການຢັ້ງຢືນ 50 ເຂດເສດຖະກິດພິເສດແບບຢ່າງ, ເປີດຕົວເວທີປາໄສຫຼາຍຝ່າຍກ່ຽວກັບການປະຕິຮູບບັນດາສັນຍາລົງທຶນສາກົນ ແລະ ການຮ່ວມມືກັບອົງການການທ່ອງທ່ຽວໂລກ ຂອງ ສປຊ ເພື່ອສ້າງຕັ້ງຫຼັກການແນະນຳລົງທຶນໃນຂົງເຂດທ່ອງທ່ຽວແບບຍືນຍົງ...

         ໃນເວທີປາໄສ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນກວັກເຟືອງ ເປັນຫົວໜ້າຄະນະ ເຂົ້າຮ່ວມເວທີປາໄສ ແລະ ມີບົດກ່າວຄຳເຫັນໃນວາລະປຶກສາຫາລືຕ່າງໆ. ຫວຽດນາມ ກໍໄດ້ເຂົ້າຮ່ວມການວາງສະແດງ ໂຄສະນາ ບ້ານລົງທຶນ ຢູ່ສູນວາງສະແດງແຫ່ງຊາດ Abu Dahbi ອີກດ້ວຍ.

ຕອບກັບ