ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ - ລາວ - ໄທ - ກຳ​ປູ​ເຈຍ ແລະ ມຽນ​ມາ ​ປີ 2023

Chia sẻ
(VOVWORLD) - ເວທີປາໄສວິສາຫະກິດ ຫວຽດນາມ - ລາວ - ໄທ - ກຳປູເຈຍ - ມຽນມາ ປີ 2023 ໄດ້ດຳເນີນໃນເວລາ 3 ວັນ ແຕ່ວັນທີ 17 – 19 ພະຈິກ, ຢູ່ແຂວງອຸດອນ ທານີ, ໄທ ພາຍໃຕ້ການອຸປະຖຳຂອງສະຖານທູດ ຫວຽດນາມ ປະຈຳ ໄທ. ເວທີປາໄສ ໂດຍສະມາຄົມນັກທຸລະກິດ ໄທ - ຫວຽດນາມ ທົ່ວປະເທດໄທ ສົມທົບກັບສະຫະສະມາຄົມນັກທຸລະກິດ ຫວຽດນາມ ຢູ່ຕ່າງປະເທດ ຈັດຂຶ້ນ.
ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ - ລາວ - ໄທ - ກຳ​ປູ​ເຈຍ ແລະ ມຽນ​ມາ ​ປີ 2023 - ảnh 1ເວທີປາໄສວິສາຫະກິດ ຫວຽດນາມ - ລາວ - ໄທ - ກຳປູເຈຍ - ມຽນມາ ປີ 2023 ຈັດຂຶ້ນຢູ່ແຂວງອຸດອນ ທານີ, ໄທ (ພາບ: VOV)

ໃນເວທີປາໄສ, ບັນດາຜູ້ແທນໄດ້ແບ່ງປັນ, ແລກປ່ຽນບົດຮຽນ, ປະສົບການ ເພື່ອແນໃສ່ເພີ່ມທະວີການແລກປ່ຽນການຄ້າ, ການເຊື່ອມຈອດ ແລະ ສ້າງຕາໜ່າງລະຫວ່າງບັນດາວິສາຫະກິດ ຫວຽດນາມ ກັບວິສາຫະກິດຂອງ 5 ປະເທດ ກໍຄືບັນດາປະເທດສະມາຊິກ ຂອງສະຫະສະມາຄົມນັກທຸລະກິດ ຫວຽດນາມ ຢູ່ຕ່າງປະເທດ ໃນຂົງເຂດ: ກະສິກຳ, ການທ່ອງທ່ຽວ, ການບໍລິການ, ເຕັກໂນໂລຢີສູງ, ການສົ່ງອອກ ແລະ ການເງິນ.

ໄປຄຽງຄູ່ກັນນັ້ນ, ເວທີປາໄສກໍແມ່ນໂອກາດເພື່ອແນະນຳ, ໂຄສະນາສະພາບແວດລ້ອມລົງທຶນ, ດຳເນີນທຸລະກິດຂອງ ຫວຽດນາມ, ຊຸກຍູ້ການສົ່ງອອກສິນຄ້າ ຫວຽດນາມ ໄປບັນດາປະເທດໃນພາກພື້ນ; ພ້ອມທັງປະກອບສ່ວນປະຕິບັດແຜນຮ່າງຂອງລັດຖະບານ ກ່ຽວກັບການ “ລະດົມຊາວຫວຽດນາມ ຢູ່ຕ່າງປະເທດເຂົ້າຮ່ວມການແນະນຳ, ຈຳໜ່າຍສິນຄ້າ ແລະ ພັດທະນາບັນດາຊ່ອງຈຳໜ່າຍສິນຄ້າ ຫວຽດນາມ ຢູ່ຕ່າງປະເທດ ໄລຍະ 2020 – 2024” ໃຫ້ປະກົດຜົນເປັນຈິງ.

ໃນຂອບເຂດຂອງເວທີປາໄສ, ບັນດາວິສາຫະກິດໄດ້ລົງນາມໃນຂໍ້ຕົກລົງຮ່ວມມື, ຜ່ານນັ້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ, ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດລະຫວ່າງ 5 ປະເທດດັ່ງກ່າວ.

ນັກຂ່າວ VOV ປະຈຳ ໄທ

ຕອບກັບ