ເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບຄະນະສະມາຊິກສະພາສູງອາເມລິກາ

Chia sẻ
ຕອນ​ບ່າຍ​ວັນ​ທີ 27/5, ຢູ່ ຮ່າ​ໂນ້ຍ,​ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ ​ໂດຍ​ທ່ານ ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ Jonh McCain  ນຳ​ໜ້າ ພວມ​ຢູ່ຢ້ຽມຢາມ ຫວຽດນາມ
ເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບຄະນະສະມາຊິກສະພາສູງອາເມລິກາ - ảnh 1
ທ່ານ​ ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຕ້ອນຮັບ
ທ່ານ ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ Jonh McCain 
(ພາບ: TTXVN)

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 27/5, ຢູ່ ຮ່າ​ໂນ້ຍ,​ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ ​ໂດຍ​ທ່ານ ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ Jonh McCain  ນຳ​ໜ້າ ພວມ​ຢູ່ຢ້ຽມຢາມ ຫວຽດນາມ . ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ ລະຫວ່າງ 2 ປະ​ເທດ​ຕາມ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຮອບດ້ານ ​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​; ທ່ານ​ກໍຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ລັດ ຫວຽດນາມ​ແມ່ນ ຍາມ​ໃດ ຫວຽດນາມ ກໍຖື​ເປັນ​ສຳຄັນ​ການ​ຊຸກຍູ້​ສາຍ​ພົວພັນ ຫວຽດນາມ-​ອາ​ເມ​ລິ​ກາ ​ເພື່ອ​ຜົນ​ປະ​ໂຫຍ​ດອັນ​ຍາວ​ນານ​ຂອງ​ປະຊາຊົນ 2 ປະ​ເທດ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຮັບ​ຮູ້​ການ​ຮ່ວມ​ມື​ຂອງ​ຝ່າຍ ອາ​ເມ​ລິ​ກາ ​ໃນ​ການ​ເຂົ້າ​ຮ່ວມ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ.​ ກ່ຽວ​ກັບ​ສະພາບ​ການ​ທະ​ເລຕາ​ເວັນ​ອອກ, ທ່ານ​ເລຂາທິຫານ​ໃຫຍ່ ຫງວຽນຟຸຈ້ອງ ຢືນຢັນວ່າ:​ ຫຼັກ​ໝັ້ນຂອງ ຫວຽດນາມ ​ແມ່ນ​ປົກ​ປັກ​ຮັກສາ​ອະທິປະ​ໄຕ,​ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນຂອງ​ປະ​ເທດ​ຊາດ,​ ​ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ້​ງກັນ​ດ້ວຍ​ ​ສັນຕິ​ວິທີ, ​ເໝາະ​ສົມ​ກັບກົດ​ບັດສະຫະ​ປະຊາ​ຊາດ,​ ກົດໝາຍ​ສາກົນ,​​ ໃນ​ນັ້ນ​ມີສົນທິສັນຍາ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​​ປີ 1982; ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ມຸ່ງ​ໄປ​ເຖິງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC);​ ຄັດຄ້ານ​ທຸກ​ການ​ກະທຳລະ​ເມີດກົດໝາຍສາກົນ, ​ນາບ​ຂູ່​​ເຖິງສັນຕິ​ພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

        ທ່ານ​ສະມາຊິກ​ສະພາ​ສູງ Jonh McCain   ​ເນັ້ນ​ໜັກ​ວ່າ: ບັນດາ​ບາດກ້າວ​ພັດທະນາ​ໃນ​ການ​ພົວພັນ ລະຫວ່າງ 2 ປະ​ເທດ,​ ພິ​ເສດ​ແມ່ນ​ໃນ 2 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ​ແລະ ຢືນຢັນ​ຄືນ​ໃໝ່​ວ່າ: ຍາມ​ໃດ ອາ​ເມ​ລິ​ກາ ກໍຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ ຫວຽດນາມ ກ່ວາ​ອີກ.​ ທ່ານ​ ສະມາຊິກ​ສະພາ​ສູງ Jonh McCain   ​ແລະ ຄະນະ​​ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ ຫວັງ​ວ່າ ຈະ​ຕ້ອນຮັບ​ທ່ານ ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ​ມາ​ຢ້ຽມຢາມ​ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ແລະ ຖື​ວ່າ​ ນີ້​ແມ່ນ​ການ​ຢ້ຽມຢາມ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ແລະ ​​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ມານະ​ພະຍາຍາມ​ເພື່ອ​ໃຫ້ການ​ຢ້ຽມຢາມ​ບັນລຸ​ໄດ້​ໝາກຜົນ​ສູງ​ສຸດ.