ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ມົງ​ໂກນ, ອຽກ​ລັງ, ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ ຝ​ລັ່ງ​ ໂກ​ໂຟ​ນີ ແລະ ຢ້ຽມ​ຢາມ ຝ​ລັ່ງ ຢ່າງ​ເປັນ​ທາງ​ການ

Chia sẻ
(VOVWORLD) - ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ມົງໂກນ, ອຽກລັງ, ເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງ ໂກໂຟນີ ແລະ ຢ້ຽມຢາມ ຝລັ່ງ ຢ່າງເປັນທາງການ. 
ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ມົງ​ໂກນ, ອຽກ​ລັງ, ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ ຝ​ລັ່ງ​ ໂກ​ໂຟ​ນີ ແລະ ຢ້ຽມ​ຢາມ ຝ​ລັ່ງ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ມົງໂກນ, ອຽກລັງ, ເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງ ໂກໂຟນີ ແລະ ຢ້ຽມຢາມ ຝລັ່ງ ຢ່າງເປັນທາງການ (ພາບ: TTXVN)

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh; ທ່ານເລຂາທິການໃຫຍ່ ອຽກລັງ, Michael D. Higgins ແລະ ທ່ານປະທານາທິບໍດີ ສ.ຝລັ່ງ  Emmanuel Macron, ຕອນເຊົ້າວັນທີ 30 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ມົງໂກນ, ອຽກລັງ, ເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19 ແລະ ຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການ ແຕ່ວັນທີ 30 ກັນຍາ - 07 ຕຸລາ.

        ການຢ້ຽມຢາມທາງລັດຖະກິດຢູ່ ມົງໂກນ, ອຽກລັງ, ເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ແລະ ຢ້ຽມຢາມ ຝລັ່ງ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນເພື່ອແນໃສ່ຢັ້ງຢືນອີກຄັ້ງໜຶ່ງກ່ຽວກັບແນວທາງການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ທັງເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງຂອງ ຫວຽດນາມ. ພ້ອມທັງສະແດງຄວາມໃຫ້ເຫັນເຖິງການຖືເປັນສຳຄັນຂອງພັກ ແລະ ລັດ ຫວຽດນາມ ທີ່ມີຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ມົງໂກນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ - ອຽກລັງ, ສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ.

ຕອບກັບ